ບັນດາBrexit:ອັງກິດສົງໃສວ່າມີhackerຕ່າງປະເທດບຸກໂຈມຕີຫນ້າເວັບຈົດທະບຽນການລົງປະຊາມະຕິ

ບັນດາBrexit:ອັງກິດສົງໃສວ່າມີhackerຕ່າງປະເທດບຸກໂຈມຕີຫນ້າເວັບຈົດທະບຽນການລົງປະຊາມະຕິ - ảnh 1
ພາບ​ປະ​ກອບ:ອິ​ນ​ເຕີ​ແນັດ

(vovworld)- ບົດ​ລາຍ​ງານ​ຂອງ ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ສາ​ທາ​ລະ​ນະ ແລະ ບັນ​ດາ​ບັນ​ຫາ​ລັດ​ຖະ​ທຳ​ມະ​ນູນ (PACAC) ໃນ​ວັນ​ທີ 12/4 ໄດ້​ມີ​ຄວາມ​ລະ​ແວງ​ສົງ​ໃສວ່າ ຫ​ນ້າ​ເວັບ​ຮັບ​ໃຊ້​ການ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ລົງ​ປະ​ຊາ​ມະ​ຕິ​ຢູ່ ອັງ​ກິດ ກ່ຽວ​ກັບ​ບັນ​ຫາ​ຖອນ​ອອກ​ຈາກ ສະ​ຫະ​ພາບ ເອີ​ລົບ ຫລື​ຢູ່​ຄື​ເກົ່າ ເມື່ອ​ເດືອນ 6 ປີ​ກາຍ ແມ່ນ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ຂອງ hacker ຕ່າງ​ປະ​ເທດ ເຮັດ​ໃຫ້​ຫ​ນ້າ​ເວັບ​ນີ້​ຖືກເປີດ​ເຜີຍກ່ອນ​ເວ​ລາ​ກຳ​ນົດ​ສຸດ​ທ້າຍ​ແມ່ນ​ວັນ​ທີ 7/6/2016. ຕາມ PACAC ແລ້ວ, ຫ​ນ້າ​ເວັບ​ດັ່ງ​ກ່າວ ອາດ​ຈະ​ຖືກ hacker ບຸກ​ໂຈມ​ຕີ ພ້ອມ​ທັງ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ບັນ​ດາ​ຄຳ​ກ່າວ​ຫາ​ມີ​ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ​ເທດ​ຕໍ່​ເຫດ​ການນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວຢັ້ງ​ຢືນ​ວ່າ ບໍ່​ວ່າ​ການ​ແຊກ​ແຊງ​ໃດ​ກໍ່​ບໍ່​ສົ່ງ​ຜົນ​ກະ​ທົບ​ເຖິງ​ໝາກ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ເມື່ອ​ວັນ​ທີ 23/6/2016, ໃນ​ນັ້ນ ມີ 51,9% ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ ສະ​ຫ​ນັບ​ສະ​ຫ​ນູນ ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ ຫລ​ື ເອີ້ນ​ວ່າ Brexit. 


ຕອບກັບ

ຂ່າວ/ບົດ​ອື່ນ