ບັນຫາBrexit:EUຈັດກອງປະຊຸມສຸດຍອດໃນເດືອນ4ເພື່ອວາງທິດທາງການເຈລະຈາ

ບັນຫາBrexit:EUຈັດກອງປະຊຸມສຸດຍອດໃນເດືອນ4ເພື່ອວາງທິດທາງການເຈລະຈາ - ảnh 1
ພາບ​ປະ​ກອບ

(vovworld)- ວັນ​ທີ 21/3, ທ່ານ Donald Tusk, ປະ​ທານ​ສະ​ພາ​ເອີ​ລົບ ໄດ້​ປະ​ກາດ​ວ່າ ສ​ະ​ຫະ​ພາບ​ເອີ​ລົບ (EU) ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ຂອງ 27 ປະ​ເທດ​ສະ​ມາ​ຊິກ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເລື່ອງ ອັງ​ກິດ​ຖອນ​ອອກ​ຈາກ EU ຫລື​ເອີ້ນ​ວ່າ Brexit ໃນ​ວັນ​ທີ 29/4. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ ບ​ຣຸກ​ແຊນ ປະ​ເທດ ແບນ​ຊີກ, ທ່ານ Donald Tusk ໃຫ້​ຮູ້​ວ່າ: ຈະ​ຮຽກ​ໂຮ​ມ​ປະ​ຊຸມ​ສະ​ພາ​ເອີ​ລົບ​ໃນ​ວັນ​ທີ 29/4 ເພື່ອ​ແນ​ໃສ່​ຍົກ​ອອກ​ການ​ກຳ​ນົດ​ທິດ​ລະ​ອຽດ​ໃຫ້​ແກ່​ວິ​ວັດ​ການ​ເຈ​ລະ​ຈາ Brexit.  ທ່ານ Donald Tusk ຢືນ​ຢັນ ຈະ​ປະ​ກາດ​ຮ່າງ​ກຳ​ນົດ​ທິດ​ໃຫ້​ແກ່​ການ​ນຳ 27 ປະ​ເທດ​ສະ​ມາ​ຊິກ EU ໃນ​ເວ​ລາ 48 ຊົ່ວ​ໂມງ ນັບ​ແຕ່​ຈຸດ​ເວ​ລາ ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກີດ Theresa May ປະ​ກາດເລີ່ມ​ປະ​ຕິ​ບັດ​ມາດ​ຕາ 50 ຂອງ​ສົນ​ທິນ​ສັນ​ຍາ Lisbon ຊື່ງ​ຄາດ​ວ່າ​ໃນ​ວັນ​ທີ 29/3 ຈະ​ມາ​ເຖິງ. ​ທ່ານ Donald Tusk ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ຄຳ​ຕັດ​ສິນ​ຂອງ​ປະ​ຊາ​ຊົນ ອັງ​ກິດ ກ່ຽວ​ກັບ Brexit ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ ບັນ​ດາ​ການ​ນຳ EU ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ຊື່ງ Brexit ອາດ​ຈະ​ກໍ່​ຂຶ້ນ​ຕໍ່ EU. ທ່ານ Donald Tusk ຢືນ​ຢັນ: ບຸ​ລິ​ມະ​ສິ​ດ​ຕົ້ນ​ຕໍ​ຂອງ EU ແມ່ນ​ວິ​ວັດ​ການ​ເຈ​ລະ​ຈາ​ຕ້ອງ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຫລາຍ​ສຸດ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຄົນ, ວິ​ສາ​ຫະ​ກິດ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ທີ່​ຖືກ​ຜົນ​ກະ​ທົບ​ບໍ່​ດີ ​ຈາກ Brexit.


ຕອບກັບ

ຂ່າວ/ບົດ​ອື່ນ