ບຸນເຕັດວົງຄະນະຍາດຢູ່ນອກເວ,ການາດາ

ບຸນເຕັດວົງຄະນະຍາດຢູ່ນອກເວ,ການາດາ - ảnh 1
ການຕ້ອນຮັບບຸນເຕັດຢູ່ນອກແວ (ພາບ: baogiaothong.vn)

(vovworld) –  ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ສະຖານທູດ ຫວຽດນາມ ປະຈຳ ນອກ​ແວ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວອກ 2016 ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ປະ​ຈຳ Oslo ​ໃນ​ວັນ​ທີ 30/1. ສຳລັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເອກ​ອັກຄະ​ລັດຖະທູດ ຢັ້ງຢືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ ​ແມ່ນຍາມ​ໃດ​ກໍ​ຖື​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​​ແມ່ນ​ພາກສ່ວນ​ໜ່ຶງ​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດຊາດ​ໄດ້, ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ​ຢູ່ ນອກ​ແວ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດ, ຂອງ​ການ​ພົວພັນ​ຮ່ວມ​ມື 2 ປະ​ເທດ.

        ຫົວໜ້າສະຖານກົງສູນ​ ຫວຽດນາມ ປະຈຳ Vancouver, ປະ​ເທດ ກາ​ນາ​ດາ ກໍ​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນຂຳ່ນັບ​ຮັບ​ຕ້ອນ​ລະດູບານ​ໃໝ່​ປີວ​ອກ 2016 ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ຢູ່​ລັດ​ ກາ​ນາ​ດາ ຕາ​ເວັນ​ຕົກ ​​ໃນ​ວັນ​ທີ 27/1. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ສັງ​ສັນ, ທ່ານ ຟ້າ​ມ​ແມ້ງ​ຫາຍ, ຫົວໜ້າ​ສະຖານກົງສູນ​ ຫວຽດນາມ ປະຈຳ Vancouver ​ໄດ້​ຊີ້​ແຈ້ງ​ບັນດາ​ຜົນງານ​ພົ້ນ​ເດັ່ນ​ຂອງ​ພື້ນຖານ​ເສດຖະກິດ ຫວຽດນາມ ​ໃນ​ປີ 2015 ຄື: ​ການ​​ເຕີບ​ໂຕ GDP ບັນລຸ​ລະດັບ​ສູງ, ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ພໍ​ສົມຄວນ, ຄວາມ​ສາມາດບົ່ມ​ຊ້ອນດ້ານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​​​ໄດ້​ເພີ່ມ​ຂຶ້ນ​ພິ​ເສດ​ແມ່ນ​ໃນ​ສະພາບ​ພາກ​ພື້ນ ​ແລະ ​ໂລກ​ພວມ​ຜັນ​ແປ​ຢ່າງ​ສົບ​ສົນ.

 


ຂ່າວ/ບົດ​ອື່ນ