ບໍລິສັດຮ່ວມທຸລະກິດຫວຽດນາມລັດເຊຍ - Vietsovpetro ກະກຽມໃຫ້ການເລືອກຕັ້ງກ່ອນກຳນົດເວລາ

ບໍລິສັດຮ່ວມທຸລະກິດຫວຽດນາມລັດເຊຍ - Vietsovpetro ກະກຽມໃຫ້ການເລືອກຕັ້ງກ່ອນກຳນົດເວລາ - ảnh 1
ບໍລິສັດຮ່ວມທຸລະກິດຫວຽດນາມລັດເຊຍ - Vietsovpetro
ກະກຽມໃຫ້ການເລືອກຕັ້ງກ່ອນກຳນົດເວລາ
(ພາບ: baobariavungtau)

(vovworld) - ​​​ວັນ​ທີ 04/05, ຜູ້​ມີ​ສິດ​ເລືອກ​ຕັ້ງ 2.215 ຄົນ​ທີ່​ເຮັດ​ວ​ຽກ​ຢູ່ 55 ກິດ​ຈະ​ກຳ​ທະ​ເລ ຂຶ້ນ​ກັບ​ບໍ​ລິ​ສັດຮ່ວມ​ທຸ​ລະ​ກິດ​ຫວຽດ​ນາມລັດ​ເຊຍ - Vietsovpetro ຢູ່​ແຂວງ ບ່າ​ເຣ້ຍ - ວູງ​ເຕົາ ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົ​ນ​ທ​ຸກ​ຂັ້​ນກ່ອນ​ກຳ​ນົດ​ເວ​ລາ. ສະ​ຖານ​ທີ່​ປ່ອນ​ບັດ​ແມ່ນ​ສະ​ໜາມ​ບິນ ວູງ​ເຕົາ ແລະ ທ່າ​ກ່ຳ​ປັ່ນ​ນ້ຳ​ມັນ​ອາຍ​ແກັດ Vietsovpetro. ອ້າຍຫງວຽນ​ວັນ​ຈິ໋, ເຮັດ​ວຽກ​ຢູ່ໂຮງ​ງານຂຸດ​ຄົ້ນ, ບໍ​ລິ​ສັດຮ່ວມ​ທຸ​ລະ​ກິດ​ຫວຽດ​ນາມລັດ​ເຊຍ - Vietsovpetro, ໃຫ້​ຮູ້​ວ່າ.

        “ບັນ​ດາ​ຜູ້​ເຮັດ​ວຽກ​ຢູ່​ທະ​ເລ​ຈະ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ. Vietsovpetro ແລະ ທ້ອງ​ຖິ່ນ​ໄດ້​ສ້າງ​ເງື່ອນ​ໄຂ​ຫຼາຍ​ຢ່າງ​ທີ່​ໂຄ​ສະ​ນາ​ກ່ຽວ​ກັບ​ຄວາມ​ຮັບ​​ຜິດ​ຊອບ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຊອກ​ຮູ້​ຂໍ້​ມູນ​ຂອງ​ບັນ​ດາ​ຜູ້​ແທນ​ຢ່າງ​ຄົບ​ຖ້ວນ​ທີ່​ສຸດ ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ເລືອກ​ຕັ້ງ​ບັນ​ດາ​ຜູ້​ທີ່​ສົມ​​ເປັນ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ.”

ຂ່າວ/ບົດ​ອື່ນ