ປຸກລະດົມການແຂ່ງຂັນອອກແບບ,ຜະລິດເຄື່ອງທີ່ລະນຶກ,ຂອງຂວັນຮັບໃຊ້ APEC 2017

(vovworld) - ​​​ວັນ​ທີ 6/1 ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ດ່າ​ໜັງ ໄດ້​ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ອອກ​ແບບ ແລະ ຜະ​ລິດ​ເຄື່ອງ​ທີ່​ລະ​ນຶກ​ທ່ອງ​ທ່ຽວ, ຂອງ​ຂວັນ​ຮັບ​ໃຊ້​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ( APEC  ) 2017. ການ​ແຂ່ງ​ຂັນ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ຮູບ​ພາບ, ແນະ​ນຳ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ພິ​ເສດ​ຂອງ​ດ່າ​ໜັງ​ເຖິງ​ເພື່ອນ​ມິດ​ສາ​ກົນ, ເປັນ​ຕົ້ນ​ແມ່ນ​ຢູ່​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ. ຄະ​ນະ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ໄດ້​ສົ່ງ​ເສີມ​ໃຫ້​ບັນ​ດາ​ສ່ວນ​ບຸກ​ຄົນ​ເສີມ​ຂະ​ຫຍາຍ​​ແນວຄວາມ​ຄິດ, ການ​ປະ​ດິດ​ຄິດ​ສ້າງ​ໃນ​ການ​ອອກ​ແບບ​ຜະ​ລິດ​ຕະ​ພັນ​ສີ​ລະ​ປະ​ຫັດ​ຖະ​ກຳ; ພ້ອມ​ທັງ​ສຸມ​ສະ​ຕິ​ປັນ​ຍາ, ​ຮັບ​ເອົາຄ​ຳ​ເຫັນ​ປະ​ກອບ​ຂອງ​ນັກ​ຊ່ຽວ​ຊານໃ​ນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງຈຳ​ນວນ​ໜຶ່ງ​ ເພື່ອ​ແນ​ໃສ່​ປັບ​ປຸງ​ບັນ​ດາ​​ຕົວຢ່າງ​​ຜະ​ລິດ​ຕະ​ພັນ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໃຫ້​ສົມ​ບູບ​ແບບ ເພື່ອ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​​ທີ່ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ຄຸນ​ຄ່າ​ດ້ານ​ເສດ​ຖະ​ກິດ​, ເຕັກ​ນິກ, ສີ​ລະ​ປະ​ສູງ ແລະ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັບ​ເຄື່ອງ​ທີ່​ລະ​ນຶກ, ​ຂອງ​ຂວັນ, ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ນະ​ຄອນ​ດ່າ​ໜັງ ເພື່ອ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2017.

        ປີ 2017 ນະ​ຄອນ​ດ່າ​ໜັງ​ໄດ້​ຮັບ​ຄັດ​ເລືອກ​ແມ່ນ​ທ້ອງ​ຖິ່ນ​ເຈົ້າ​ພາບ​ຈັດ​ຕັ້ງ​ເຫດ​ການ​ສຳ​ຄັນຫຼາຍ​ຢ່າງ​ຂອງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ.


ຕອບກັບ

ຂ່າວ/ບົດ​ອື່ນ