ປຸກລະດົມສັບປະດາທົ່ວໂລກກະທຳເພື່ອການສຶກສາ

ປຸກລະດົມສັບປະດາທົ່ວໂລກກະທຳເພື່ອການສຶກສາ - ảnh 1
ການໂອ້ລົມສົນທະນາລະຫວ່າງ ຄູອາຈານ ແລະ ນັກຮຽນ
(ພາບ: dantri.com.vn)

(vovworld) - ​ສັບປະດາ​ທົ່ວ​ໂລກ​ກະທຳ​ເພື່ອ​ການ​ສຶກສາ ປີ 2013 ​ໄດ້​ຮັບ​ການ​ປຸກລະດົມ​ໃນ​ວັນ​ທີ 23/4, ຢູ່​ແຂວງ ຫາຍ​ເຢືອງ. ນີ້​ແມ່ນ​ເຫດການ​ປະຈຳ​ປີ ນອນຢູ່ໃນ​ຂອບ​ເຂດ​ບັ້ນ​​ເຄື່ອນ​ໄຫວ​ທົ່ວ​ໂລກ ກ່ຽວ​ກັບ​ການ​ສຶກສາ ​ໂດ​ຍສະຫະພັນ​ບັນດາ​ອົງການ​ທີ່ບໍ່​ຂຶ້ນ​ກັບ​ລັດຖະບານ ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ​ບຳລຸງ​ສ້າງ​ເປັນ​ປະທານ, ສັບປະດາ​ທົ່ວ​​ໂລກ ​ກະທຳເພື່ອ​ການ​ສຶກສາ ​ປີ​ນີ້ ຢູ່ ຫວຽດນາມ ຖືກ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 21 – 28/4 ດ້ວຍ​ຫົວ​ຂໍ້​ວ່າ: “ນັກ​ຮຽນ​ຜູ້​ໃດ​ກໍ່​ມີ​ສິດ​​ໄດ້​ຮັບ​ການ​ສອນ​ຈາກ​ຄູ​ອາຈານ​ທີ່​ດີ” ​ແລະ “ຖັນ​ແຖວ​ຄູ​ອາຈານ​ມີ​ຄວາມ​ສາມາດ ​ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຕໍ່​ນັກຮຽນ”. ສານ​ດັ່ງກ່າວ​ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ໃນ​ຖັນ​ແຖວ​ຄູ​ອາຈານ ​ເພື່ອ​ຮັບປະກັນ​ໃຫ້​ທຸກ​ຄົນ​ລ້ວນ​ແຕ່​ມີ​ກາລະ​ໂອກາດ​ໄດ້​ຮັບ​ການ​ສຶກສາມີ​ຄຸນ​ນະພາ​ບ. ​ໃນ​ຕະຫລອດ​ສັບປະດາ, ບັນດາ​ໂຮງຮຽນ​​ໃນ​ທົ່ວ​ປະ​ເທດຈະ​ຈັດ​ຕັ້ງ​ການປຶກສາ​ຫາລື, ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ລະຫວ່າງ ນັກຮຽນ, ນັກ​ສຶກສາ, ພໍ່​ແມ່​ນັກຮຽນ, ຄູ​ອາຈານ ​ແລະ ການ​ນຳ​ຂະ​​ແໜງສຶກສາ​ທ້ອງ​ຖິ່ນ ກ່ຽວ​ກັບ​ວິທີ ລະອຽດ​ເພື່ອໜູນ​ຊ່ວຍ​ຄູ​ອາຈານ​ດີ​ກ່ວາ​​ເກົ່າ.
ຂ່າວ/ບົດ​ອື່ນ