ປຸກລະດົມໂຄງການ“ຂໍ້ລິເລີ່ມເພື່ອປະຊາຄົມ”

ປຸກລະດົມໂຄງການ“ຂໍ້ລິເລີ່ມເພື່ອປະຊາຄົມ” - ảnh 1
(ການ​ປະຊຸມ​ຂ່າວປຸກລະດົມໂຄງການ “ຂໍ້​ລິ​ເລີ່​ມເພື່ອ​ປະຊາ​ຄົ​ມ”)

(vovworld) – ທີ່​ການ​ປະຊຸມ​ຂ່າວ​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 22/6, ຢູ່ ຮ່າ​ໂນ້ຍ, ​ໂດຍ​ຄະນະຮຽບຮຽງວາລະສານ​ກອມ​ມູນິດ, ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ ສົມທົບ​ກັນ​ຈັດ​ຕັ້ງຂຶ້ນ, ທ່ານ ຫງວຽນ​ຟີ​ລອງ, ​ເລຂາ​ຄະນະສູນ​ກາງ​ຊາວ​ໜຸ່ມ,  ປະທານ​ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ, ​ໃຫ້​ຮູ້​ວ່າ: ​ໂຄງການ “ຂໍ້​ລິ​ເລີ່​ມເພື່ອ​ປະຊາ​ຄົ​ມ” ​ແມ່ນ​ກາລະ​ໂອກາດ ​ເພື່ອ​ໃຫ້​ບັນດາໝູ່​ຄະນະ, ສ່ວນ​ບຸກຄົນ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ​ເສີມ​ຂະຫຍາຍ​ບົດບາດປະຈັນບານ, ອາສາ​ສະໝັກ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ປະກອບ​​ແນວ​ຄວາມ​ຄິດ, ຂໍ້​ລິ​ເລີ່​ມໜູນ​ຊ່ວຍ​ປະຊາ​ຄົມ​ໃນ​ບັນດາ​ການ​ເຄື່ອນ​ໄຫວລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ປະກອບສ່ວນ​ພັດທະນາ​ເສດຖະກິດ-​ສັງຄົມ, ສ້າງສາ​ປະ​ເທດ​ຊາດ​​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ, ຮັ່ງມີ, ສີວິ​ໄລ, ຍູ້​ແຮງການ​ຫັນ​ເປັນປະ​ເທດ​​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ບັນດາ​ຂໍ້​ລິ​ເລີ່​ມທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ບັນດາ​ຂົງ​ເຂດ​ການ​ສຶກສາ, ສາທາລະນະ​ສຸກ, ຄົມມະນາຄົມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການທ່ອງທ່ຽວ, ການກໍ່ສ້າງ​ຊົນນະບົດ​ໃໝ່…ບັນດາ​ຂໍ້​ລິ​ເລີ່​ມທີ່ສາ​ມາດ​ເປັນ​ໄປ​ໄດ້ຈະ​​ສຸມ​​ໃສ່​ເຕົ້າ​ໂຮມ ​ແລະ ສ້າງ​ “ທະນາຄານ​ບັນດາ​ຂໍ້​ລິ​ເລີ່​ມ”, ​ເຊື່ອ​ມ ຈອດກັບ​ບັນດາ​ອົງການ, ວິ​ສາ​ຫະກິດ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່​ມທີ່​ສາມາດ​ເປັນ​ໄປ​ໄດ້.  ​ໂຄງການ “ຂໍ້​ລິ​ເລີ່​ມເພື່ອ​ປະຊາ​ຄົ​ມ” ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ​ນັບ​ແຕ່​ເດືອນ 6/2015 ​ເຖິງ​ເດືອນ 12/2015.



ຂ່າວ/ບົດ​ອື່ນ