ປິດກອງປະຊຸມ ຄັ້ງທີ 22 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ການທົດລອງດັ່ງກ່າວຈະສືບຕໍ່ໄດ້ການຕີລາຄາ ແລະຖອດຖອນບົດຮຽນ ແລະ ເປັນບ່ອນອີງ ເພື່ອລາຍງານຕໍ່ສະພາແຫ່ງຊາດ ໃຫ້ສືບຕໍ່ປ່ຽນແປງໃໝ່ ເພື່ອປະຕິບັດທີ່ກອງປະຊຸມ ເທື່ອທີ 5 ຈະມາເຖິງ.
ປິດກອງປະຊຸມ ຄັ້ງທີ 22 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1ປິດກອງປະຊຸມ ຄັ້ງທີ 22 ຂອງຄະນະປະຈຳສະພາແຫ່ງຊາດ 

ກອງປະຊຸມ ຄັ້ງທີ 22 ຂອງຄະນະກຳມະການປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປິດລົງໃນຕອນບ່າຍວັນທີ 19 ມີນາ ພາຍຫຼັງວາລະຊັກຖາມຂອງບັນດາລັດຖະມົນຕີ. ກ່າວຄຳເຫັນນະທີ່ນີ້,  ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງີນ ໃຫ້ຮູ້ວ່າ ພາຍຫຼັງການເຮັດວຽກມາເປັນເວລາໜຶ່ງວັນ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ທົດລອງກ່ຽວກັບຮູບການດຳເນີນການຊັກຖາມ ແລະຕອບຄຳຊັກຖາມທີ່ກອງປະຊຸມຄັ້ງນີ້. ຈາກນັ້ນ, ໄດ້ສ້າງການພົວພັນແລກປ່ຽນເຊິ່ງກັນແລະກັນຫຼາຍຂຶ້ນ, ການສົນທະນາໂດຍກົງລະຫວ່າງຜູ້ຖາມ ກັບ ຜູ້ຕອບກ່ຽວກັບບັນຫາໄດ້ຊັກຖາມ ແລະຍົກສູງ ໜ້າທີ່ຂອງຜູ້ບໍລິຫານ, ຜູ້ຊັກຖາມ ແລະ ຜູ້ຕອບຄຳຊັກຖາມກວ່າອີກ.

        “ການທົດລອງດັ່ງກ່າວຈະສືບຕໍ່ໄດ້ການຕີລາຄາ ແລະຖອດຖອນບົດຮຽນ ແລະ ເປັນບ່ອນອີງ ເພື່ອລາຍງານຕໍ່ສະພາແຫ່ງຊາດ ໃຫ້ສືບຕໍ່ປ່ຽນແປງໃໝ່ ເພື່ອປະຕິບັດທີ່ກອງປະຊຸມ ເທື່ອທີ 5 ຈະມາເຖິງ. ເພື່ອໃຫ້ມີພື້ນຖານເພື່ອຜັນຂະຫຍາຍການປະຕິບັດບັນດາມາດຕະການທີ່ໄດ້ໃຫ້ຄຳໝັ້ນສັນຍາ ແລະ ລາຍງານໝາກຜົນໃຫ້ສະພາແຫ່ງຊາດ ທີ່ ກອງປະຊຸມ, ສະເໜີໃຫ້ເລຂານຸການໃຫຍ່ສະພາແຫ່ງຊາດ ສົ່ງແຈ້ງການສະຫຼຸບຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຊັກຖາມເຖິງບັນດາອົງການທີ່ກ່ຽວຂ້ອງໂດຍໄວ. ພ້ອມກັນນັ້ນ ສະພາຊົນເຜົ່າ, ບັນດາກຳມະທິການຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ກໍ່ຈະສືບຕໍ່ເພີ່ມທະວີການຕິດຕາມກວດກາການປະຕິບັດຄຳໝັ້ນໝາຍ ຂອງບັນດາລັດຖະມົນຕີໃນມື້ນີ້”.


ຕອບກັບ

ຂ່າວ/ບົດ​ອື່ນ