ປະກາດສັບປະດາ ວັດທະນະທຳ, ທ່ອງທ່ຽວປີ 2013 ຢູ່ ດ່າຫຼາດ

ປະກາດສັບປະດາ ວັດທະນະທຳ, ທ່ອງທ່ຽວປີ 2013 ຢູ່ ດ່າຫຼາດ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 13 ກັນຍາ, ຢູ່​ນະຄອນ​ດ່າ​ຫຼາດ, ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ (ກະຊວງ​ການ​ຕ່າງປະ​ເທດ), ກະຊວງ​ວັດ​ທະ​ນະ​ທຳ ກິລາ ​ແລະ ທ່ອງ​ທ່ຽວ ພ້ອມ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເລີມ​ດົ່ງ ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ສັບປະດາທ່ອງ​ທ່ຽວ​ປີ 2013 ຢູ່​ດ່າ​ຫຼາດ. ສັບປະດາທ່ອງ​ທ່ຽວ​ປີ 2013 ຢູ່​ນະຄອນ​ດ່າ​ຫຼາດ ຈະ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 27 – 31 ທັນວາ 2013, ດ້ວຍ 4 ​ເຫດການ​ຕົ້ນ​ຕໍ່​ຄື: Festival ມໍລະດົກ UNESCO ຫວຽດນາມ - ອາ​ຊຽນ ຄັ້ງ​ທຳ​ອິດ; ປະກາດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2014 ​ໄຕ​ງວຽນ - ດ່າ​ຫຼາດ; ສະ​​ເຫຼີ​ມສະຫຼອງ 120 ປີ​ແຫ່ງ​ວັນ​ສ້າງຕັ້ງ ​ແລະ ພັດທະນາດ່າ​ຫຼາດ; Festival ດອກ​ໄມ້​ດ່າ​ຫຼາດ ຄັ້ງ​ທີ 5. ​​ໃນ​ນັ້ນ, Festival ມໍລະດົກ UNESCO ຫວຽດນາມ - ອາ​ຊຽນ ​ເປັນຄັ້ງ​ທຳ​ອິດ, ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດ​ອາຊຽນ ​ແລະ 4 ປະ​ເທດ​ຄູ່​ຮ່ວມ​ມື​ນັ້ນ​​ແມ່ນ: ອີນ​ເດຍ, ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ. ທ່ານ​ດ່ວນ​ວັນ​ຫວຽດ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເ​ລີມ​ດົ່ງ ​ໃຫ້​ຮູ້​ວ່າ.

        “​ແຜນການ​ດຳ​ເນີນ​ສັບປະດາ​ວັດທະນະທຳ ທ່ອງ​ທ່ຽວປະຈຸ​ບັນ​​ພວມ​ຮັບ​ການ​ກະກຽມ​ ​ແລະ ​ແຕ່​ນີ້​ຮອດ​ທ້າຍ​ເດືອນຕ້ອງ​ສຳ​ເລັດ​ວຽກ​ງາ​ນນີ້. ບັນຫາ​ແມ່ນ​ວຽກ​ງານ​ນັ້ນ​ຄື​ແນວ​ໃດ ​ເພື່ອ​ສ່ອງ​ແສງ 4 ​ເນື້ອ​​ໃນ​ນັ້ນ​ໄດ້. ​ແຜ​ນ​ນະ​ໂຍບາຍ​ແມ່ນ​ຫັນ​ເປັນ​ສັງຄົມ​ດ້ວຍທຶນ​ທຸກ​​ແຫຼ່ງ, ​ໃນ​ນັ້ນ​ນັບ​ທັງວິ​ສາ​ຫະກິດ ​ເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້ອມ​ແປງ, ຍົກ​ລະດັບບາງ​ເສັ້ນທາງ, ບາງ​ກິດຈະກຳ​ກໍ່ສ້າງ, ສວນ​ດອກ​ໄມ້...”

ຂ່າວ/ບົດ​ອື່ນ