ປະກາດໃຊ້ລະບຽບການ ບໍລິຫານການເຄື່ອນໄຫວ ຢູ່ດ່ານຊາຍແດນທາງບົກ ວັນສຸກ ທີ 26 ກໍລະກົດ ຄ.ສ. 2013 | 12:52:17 (ພາບປະກອບ:xa luan.com) (vovworld)- ວັນທີ 25/7, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸງ ໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບການປະກາດໃຊ້ລະບຽບການບໍລິຫານາການເຄື່ອນໄຫວຢູ່ດ່ານຊາຍແດນທາງບົກ ຊື່ງຈະຖືກນຳໃຊ້ຢູ່ບັນດາກ່ານສາກົນ ແລະ ດ່ານແຫ່ງຊາດ ທາງບົກ. ຕາມນັ້ນແລ້ວ, ຄະນະຄຸ້ມຄອງດ່ານສົມທົບກັບອົງການຄຸ້ມຄອງດ່ານ ແລະ ບັນດາກຳລັງທີ່ກ່ຽວຂ້ອງຂອງປະເທດທີ່ມີດ່ານຊາຍແດນຕິດກັບຫວຽດນາມ ຈັດການປະຊຸມນັດສາມັນ ແລະ ວິສາມັນລະຫວ່າງຄະນະຄຸ້ມຄອງດ່ານຂອງຫວຽດນາມ ແລະ ອົງການຄຸ້ມຄອງດ່ານຂອງປະເທດມີເສັ້ນຊາຍແດນລວມ. ສອງຝ່າຍພ້ອມກັນແລກປ່ຽນຄວາມເຫັນເພື່ອເປັນເອກະພາບກ່ຽວກັບວຽກງານຄຸ້ມຄອງດ່ານ ແລະ ຄຸ້ມຄອງບັນດາລະບຽບການຂອງແຕ່ລະປະເທດ, ແກ້ໄຂບັນດາຂໍ້ຕິດຂັດເກີດຂຶ້ນໃນການເຄື່ອນໄຫວຂາອອກຂາເຂົ້າສິນຄ້າ, ມະນຸດ ແລະ ພາຫະນະຄົມມະນາຄົມຂົນສົ່ງຜ່ານຊາຍແດນຢ່າງທັນການ. ລະບຽບການນີ້ກໍ່ເພື່ອແນໃສ່ຮັງປະກັນໃຫ້ອົງການຄຸ້ມຄອງດ່ານ ແລະ ບັນດາກຳລັງທີ່ກ່ຽວຂ້ອງຂອງປະເທດທີ່ມີດ່ານເຂດຊາຍແດນຕິດກັບຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາ, ລະບຽບການສາກົນຊື່ງຫວຽດນາມ ແລະ ປະເທດມີເສັ້ນຊາຍແດນລວມໄດ້ເຂົ້າຮ່ວມການລົງນາມ ຫລືເຂົ້າເປັນສະມາຊິກ. ຂໍ້ຕົກລົງດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ວັນທີ 1/10/2013 ເປັນຕົ້ນໄປ. Tag ດ່ານຊາຍແດນ ຂ່າວ/ບົດອື່ນ ຫວຽດນາມ ມອບ - ຮັບກິດຈະກຳຊົນລະປະທານໃຫ້ແກ່ແຂວງ ໄຊສົມບູນຂອງ ລາວ ຫວຽດນາມ ມີຄວາມມານະພະຍາຍາມທີ່ເໝາະສົມເພື່ອສະກັດກັ້ນການເຄື່ອນໄຫວ IUU ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສ້າງກຳລັງແຮງແກ່ການພັດທະນາ, ຫັນປ່ຽນໂຄງປະກອບເສດຖະກິດຂອງແຂວງ ຮ່າຕິງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ WEF ຕະຫຼຽນ ປີ 2024
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສ້າງກຳລັງແຮງແກ່ການພັດທະນາ, ຫັນປ່ຽນໂຄງປະກອບເສດຖະກິດຂອງແຂວງ ຮ່າຕິງ
ທ່ານປະທານປະເທດ ຫວຽດນາມ ໂຕເລີມ ຕ້ອນຮັບ ແລະ ສົນທະນາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງເປັນທາງການ
ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ສ້າງຂີດໝາຍໃໝ່ໃຫ້ແກ່ການພັດທະນາແບບຍືນຍົງລະຫວ່າງການພົວພັນສອງປະເທດ
ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຢູ່ລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ