ປະກາດໝາກຜົນການກຳຈັດດິນມົນລະພິດດີໂອຊິນຢູ່ສະໜາມບິນດ່ານັ້ງ

ປະກາດໝາກຜົນການກຳຈັດດິນມົນລະພິດດີໂອຊິນຢູ່ສະໜາມບິນດ່ານັ້ງ - ảnh 1
ປະ​ກາດ​ໝາກ​ຜົນ​ການ​ກຳ​ຈັດ
​ດິນ​ມົນ​ລະ​ພິດ​ດີ​ໂອ​ຊິນ​ຢູ່​ສະ​ໜາມ​ບິນ​ດ່ານັ້ງ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 03/05, ຢູ່​ດ່ານັ້ງ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ພົນ​ໂທ ຫງວຽນ​ຈິ໋ວິ້ງ ແລະ ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Ted Osius ປະ​ກາດ​ໝາກ​ຜົນ​ການກຳ​ຈັດ​ດິນ​ມົນ​ລະ​ພິດ​ດີ​ໂອ​ຊິນ​ຢູ່​ສະ​ໜາມ​ບິນ​ດ່ານັ້ງ ສຳ​ເລັດ​ຜົນ, ຕໍ​ໜ້າ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ. ທີ່​ພິ​ທີ​ປະ​ກາດ​ປະ​ຕິ​ບັດສຳ​ເລັດ​ໄລ​ຍະ​ທີ່​ໜຶ່ງ​ຂອງ​ໂຄງ​ການ. ທ່ານ ພົນ​ໂທ ຫງວຽນ​ຈິ໋ວິ້ງ ໃຫ້​ຮູ້​ວ່າ.

        “ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ຂອງ​ໂຄງ​ການ​ໃຫຍ່​ຄື​ແນວນີ້​ແມ່ນ​ງົ​ບ​ປະ​ມານ ກໍ່​ໄດ້​ແກ້​ໄຂ​ໂດຍ​ພື້ນ​ຖານ​ແລ້ວ. ທີ່ 2 ແມ່ນ​ບັນ​ຫາ​ເຕັກ​ໂນ​ໂລ​ຊ​ີ, ທຳ​ອິດ​ພວກ​ເຮົາ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ບາງ​ຢ່າງ, ແຕ່​ຜ່ານ​ໄລ​ຍະ ທີ 1 ນີ້, ພວກ​ເຮົາ​ໄດ້​ມີ​ປະ​ສົບ​ການ​ທີ່​ດີ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ກຳ​ຈັດ​ມົ​ນ​ລະ​ພິດ​ດີິ​ໂອ​ຊິນ​ແລ້ວ. ພວກ​ເຮົາ​ເຊື່ອ​ໝັ້​ນ​ວ່າ, ໂຄງ​ການ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ດີ​ງາມ”.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ ຖື​ວ່າ, ການ​ສົມ​ທົບ​ກັ​ນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​​ຈາກ​ສົງ​ຄາມ, ພິ​ເສດ​ແມ່ນ​ທາດ​ພິດ​ເຄ​ມີ ໄດ້​ກາຍ​ເປັນ​ເນື້ອ​ໃນ​ສຳ​ຄັນ​​ຍິ່ງໃນ​ການ​ພົວ​ພັ​ນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ສ​ູງ​ຜົນ​ສຳ​ເລັດ​ເບື້ອງ​ຕົ້ນ​ຂອງ​ໂຄງ​ການ ແລະ ສະ​ເໜີ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​​​ແກ້ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​​ຈາກ​ສົງ​ຄາມຢ່າງ​ແຮງກວ່າ​ອີກ, ສືບ​ຕໍ່​ກຳ​ຈັດ​ດິນ​ມົນ​ລະ​ພິດ​ດີ​ໂອ​ຊິນຢູ່​ສະ​ໜາມ​ບິນ​ບຽນ​ຮ່​ວາ (ດົ່ງ​ນາຍ) ແລະ ສະ​ໜາມ​ບິນ​ຟຸ່​ກ໋າດ (ບິ່ງ​ດິ້ງ).

ຂ່າວ/ບົດ​ອື່ນ