ປະຊາຄົມຊາວຫວຽດນາມອາໄສຢູ່ອັງກິດຮ່ວມແຮງຮ່ວມໃຈເຮັດວຽກງານການກຸສົນ

(VOVWORLD) -ສະມາຄົມຊາວຫວຽດນາມ  , ສະມາຄົມວິສາຫະກິດຫວຽດນາມ  ແລະ ສະມາຄົມໃຫຍ່ນັກສຶກສາຫວຽດນາມ ຢູ່ ອັງກິດ ໄດ້ສົມທົບກັນຈັດຕັ້ງ  “ວັນ ກອັບ ກຸສົນ” ເນື່ອງໃນໂອກາດສະເຫລີມສະຫລອງ 42 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ.
ປະຊາຄົມຊາວຫວຽດນາມອາໄສຢູ່ອັງກິດຮ່ວມແຮງຮ່ວມໃຈເຮັດວຽກງານການກຸສົນ - ảnh 1 ປະຊາຄົມຊາວຫວຽດນາມອາໄສຢູ່ ອັງກິດເຂົ້າຮ່ວມການເຄື່ອນໄຫວ 

ເຫດການນີ້ ໄດ້ຮັບການຫນູນຊ່ວຍຢ່າງຕັ້ງຫນ້າຈາກສະຖານທູດ ຫວຽດນາມ ປະຈຳອັງກິດ, ປະຊາຄົມຊາວຫວຽດນາມ ພ້ອມກັບຊາວຫວຽດນາມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອັງກິດເປັນຈຳນວນຫລວງຫລາຍ. ຈຳນວນເງິນບໍລິຈາກທັງໝົດທີ່ໄດ້ຮັບຈາກການແຂ່ງຂັນ       ກອັບ ຄັ້ງນີ້ ຈະອຸປະຖຳໃຫ້ບັນດາການເຄື່ອນໄຫວຂອງປະຊາຄົມຊາວຫວຽດນາມ ຢູ່ ອັງກິດ. “ວັນ ກອັບ ກຸສົນ” ຂອງປະຊາຄົມຊາວຫວຽດນາມ ອາໄສ ຢູ່ ອັງກິດ ຄາດວ່າ ຈະໄດ້ຮັບການຈັດຕັ້ງຂຶ້ນປະຈຳປີ ເພື່ອແນໃສ່ສ້າງບັນຍາກາດ ຊ່ວຍໃຫ້ປະຊາຄົມຊາວຫວຽດນາມ ມີຄວາມສະຫນິດຕິດພັນ ແລະ ຕັ້ງຫນ້າຮ່ວມແຮງຮ່ວມໃຈເຮັດວຽກງານການກຸສົນ.

ຕອບກັບ

ຂ່າວ/ບົດ​ອື່ນ