ປະຊາຄົມຊາວຫວຽດນາມ ອາໄສຢູ່ໂອຕາລິດ ສະໜັບສະໜູນກໍ່ສ້າງ ໂຮງຮຽນຢູ່ຕາແສງ ເກາະຊິງໂຕນ


ປະຊາຄົມຊາວຫວຽດນາມ ອາໄສຢູ່ໂອຕາລິດ ສະໜັບສະໜູນກໍ່ສ້າງ ໂຮງຮຽນຢູ່ຕາແສງ ເກາະຊິງໂຕນ - ảnh 1

 (ພາບ: baomoi.com)

 (vovworld)-ຕອນ​ບ່າຍ​ວັນ​ທີ 2/1, ​ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ຫງວຽນ​ທຽບ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມປະ​ສຳ ສ.​ໂອ​ຕາ​ລິດ ​ໄດ້​ມອບ​ຈຳນວນ​ເງິນ 1000 ​ເອີ​ໂຣ​ໃຫ້​ແກ່ກອງ​ທຶນ​ເພື່ອ​ນັກຮຽນ​ເຈື່ອງ​ຊາ​ທີ່​ຮັກ​ແພງ ​ເພື່ອ​ແ​ນ​ໃສ່​ປ​ະກອບ​ກໍ່ສ້າງ​ໂຮງຮຽນ​ໃນ​ເກາະ​ຊິງ​ໂຕນ-​ຕາ​ແສງ​ຊິງ​ໂຕນ-​ເມືອງ​ເກາະ​ເຈື່ອງ​ຊາ. ທ່ານ​ນາງ​ເຈືອງ​ໝີ້ຮວາ ອະດີດ​ປະທານ​ປະ​ເທດ, ປະທານ​ກອງ​ທຶນ​ສຶກສາ​ວື່​ອາ​ຢິງ ຕີ​ລາຄາ​ວ່າ:

   “ການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ມີ​ຄວາມ​ໝາຍ​ຫຼາຍ​ທີ່​ສຸດ. ປຊຊ ຢູ່​ຫ່າງ​ໄກ​ຈາກ​ປະ​ເທດ​ຊາດ​ແຕ່​ຍັງ​ມຸ້ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ, ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ຂອງ​ປະ​ເທດ​ຊາດ. ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ບໍ່​ແມ່ນ​ເລີ່​ມຈາກ​ຜູ້ຮັ່ງມີ​ຫລື​ວ່າ​ຜູ້​ທຸກ​ຍາກ ຫາກ​ແມ່ນ​ເລີ່​ມຈາກ​ອາລົມ​ຈິດ​ຄວາມ​ຮັກ​ແພງ. ສະນັ້ນ, ຂ້າພະ​ເຈົ້າຕີ​ລາຄາ​ສູງ ​ແລະ ຖືນ້ຳ​ໃຈ​ຂອງ ປຊຊ ​ເປັນ​ສຳຄັນ ຊື່​ງ​ໄດ້​ສະໜັບສະໜູນ​ເພື່ອ​ກໍ່ສ້າງ​ໂຮງຮຽນ​ໃຫ້​ພວກ​ຫຼານ​ຢູ່​ເຈື່ອງ​ຊາ, ນັ້ນກໍ່​ແມ່ນ​ການ​ກະທຳ​ຮັກ​ຊາດ“.

   ​ໂຮງຮຽນ​ໃນ​ຕາ​ແສງ​ເກາະ​ຊິງ​ໂຕນ ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ເມື່ອ​ວັນ​ທີ 8/12/2013 ດ້ວຍ​ຈຳນວນ​ເງິນ​ທັງ​ໝົດ​ແມ່ນ​ປະມານ 12 ຕື້​ດົ່ງ. ປະຈຸ​ບັນ, ບັນ​ດາຫົວໜ່ວຍພວມ​ຮີບ​ເຮັ່ງ​ທຳ​ການ​ກໍ່ສ້າງ​ເພື່ອ​ສາມາດ​ຈັດ​ພິທີ​ເປີດ​ສະຫຼອງ​ໃນ​ວັນ​ທີ 30/4/2014/./.

ຂ່າວ/ບົດ​ອື່ນ