ປະຊາຄົມອາຊຽນສາມັກຄີ,ຮ່ວມມືເພື່ອພ້ອມກັນພັດທະນາ

ປະຊາຄົມອາຊຽນສາມັກຄີ,ຮ່ວມມືເພື່ອພ້ອມກັນພັດທະນາ - ảnh 1

vovworld)-  ​ ​ ​ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໂດຍ​ອີງ​ໃສ່ 3 ເສົາ​ຄ້ຳ ນັ້ນ​ແມ່ນ ການ​ເມືອງ - ຄວາມ​ໝັ້ນ​ຄົງ​, ເສດ​ຖະ​ກິດ ວັດ​ທະ​ນະ​ທຳ ສັງ​ຄົມ, ປະ​ຊາ​ຄົມ ອາ​ຊ​ຽນ ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃ​ຫ້​ພົນ​ລະ​ເມືອງກວ່າ 600 ລ້ານຄົນ ຢູ່ 10 ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ ອາ​ຊຽນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ບັນ​ດາ​ກາ​ລະ​ໂອ​ກາດ​ໃຫຍ່, ບັນ​ດາ​ປະ​ເທດ​ຍັງ​ ຕ້ອງ​ຜ່ານ​ຜ່າສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ ​ເພື່ອຢັ້ງ​ຢືນ​ບົດ​ບາດ​ຂອງ​ປະ​ເທດ​ຕົນ ແລະ​ນຳ​ປະ​ຊາ​ຄົມ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ອະ​ນາ​ຄົດ. ກ່ຽວ​ກັບ​ບັນ​ຫານີ້ ທ່ານ Sofian Akmal Abd Karim, ຫົວ​ຫນ້າ​​ສະ​ຖານກົງ​ສູນ​ໃຫຍ່ ມາ​ເລ​ເຊຍ ປະ​ຈຳ ນະ​ຄອນ ໂຮ່​ຈິ​ມີນ ຖື​ວ່າ:

        “ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ແລະ ປະ​ຊາ​ຄົມ ອາ​ຊຽນ ແມ່ນ​ເຫດ​ການ​ສຳ​ຄັນ ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ສຳ​ລັບ​ພາກ​ພື້ນ ແລະ ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ພົນ​ລະ​ເມືອງ​ບັນ​ດາ​ປະ​ເທດ​ອາ​ຊຽນ. ຂ້າ​ພ​ະ​ເຈົ້າ​ຄິດ​ວ່າ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ລ້ວນ​ແຕ່​ມີ​ຄວ​າມ​ຮັບ​ຮູ້​ບົດ​ບາດ​ຂອງ​ປະ​ຊາ​ຄົມ ເສດ​ຖະ​ກິດ ອາ​ຊຽນ ຢ່າງ​ຈະ​ແຈ້ງ ແລະ ແນ່ນອນ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອ​ງ​ຕົນ​ເພື່ອ​ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ຈາກ​ປະ​ຊາ​ຄົມ​ອາ​ຊຽນ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ສິ່ງ​ທ້າ​ທາຍ ແຕ່​ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ​ມີ​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ສະ​ເພາະ​ໃຫ້​ຕົນ.”

        ໃນ​ຂະ​ນະ​ນັ້ນ, ທ່ານ Sim Sokhom, ຫົວ​ຫນ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ກຳ​ປູ​ເຈຍ ຢູ່ ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດວ່າ ນີ້​ແມ່ນ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ອາ​ຊຽນ. ນັບ​ແຕ່ມື້ນີ້​ເປັນ​ຕົ້ນ​ໄປ, ສອງ​ປະ​ເທດ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເວົ້າ​ສະ​ເພາະ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ເວົ້າ​ລ​ວມ ຈະ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ກ່ຽວ​ກັບ​ເສດ​ຖະ​ກິດ ກໍ​ຄື​ບັນ​ດາ​ການ​ເຄື່ອນ​ໄຫວ​ອື່ນ ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ໃຫ້​ທຸກ​ປະ​ເທດ​ໃນ​ກຸ່ມ ອາ​ຊຽນ.”

       

 

ຕອບກັບ

ຂ່າວ/ບົດ​ອື່ນ