ປະ​ຊາ​ຊົນ​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໝາກສຸກລີງ

(VOVWORLD) -ຫວ່າງມໍ່ໆມານີ້, ອົງການອະນາໄມ ໂລກ (WHO) ຫາກໍປະກາດສະພາວະສຸກເສີນກ່ຽວກັບສຸຂະພາບວົງຄະນະຍາດທົ່ວໂລກ ພາຍຫຼັງທີ່ຢັ້ງຢືນມີຜູ້ຕິດເຊື້ອພະຍາດໝາກສຸກລີງ ເກືອບ 16.000 ຄົນ ຢູ່ 74 ປະເທດ ແລະ ມີຜູ້ເສຍຊີວິດ 5 ຄົນ.
ປະ​ຊາ​ຊົນ​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໝາກສຸກລີງ - ảnh 1(ພາບປະກອບ: Shutterstock/TTXVN)

ຕໍ່ໜ້າຄວາມສ່ຽງພະຍາດໝາກສຸກລີງຈະແຜ່ລະບາດສູ່ ຫວຽດນາມ, ຕອນບ່າຍວັນທີ 24 ກໍລະກົດ, ທ່ານນາງຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິລຽນເຮືອງ ໄດ້ເປັນປະທານກອງປະຊຸມທາງໄກເພື່ອປຶກສາຫາລືກ່ຽວກັບມາດຕະການຮັບມືກັບພະຍາດ ໝາກສຸກລີງ. ທີ່ກອງປະຊຸມ, ບັນດານັກຊ່ຽວຊານດ້ານສາທາລະນະສຸກ ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ຍັງບໍ່ທັນຢັ້ງຢືນມີກໍລະນີຕິດເຊື້ອພະຍາດໝາກສຸກລີງໃດໆ ເຖິງຢ່າງໃດກໍຕາມ, ຄວາມສ່ຽງ ທີ່ພະຍາດດັ່ງກ່າວຈະແຜ່ລະບາດສູ່ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ. ກໍໃນກອງປະຊຸມດັ່ງກ່າວ, ກະຊວງສາທາລະນະສຸກ ໄດ້ສະເໜີຄຳກ່າວເຕືອນກ່ຽວກັບການປ້ອງກັນ, ຕ້ານພະຍາດໝາກສຸກລີງ ແລະ ບອກເຕືອນປະຊາຊົນ ຈົ່ງເປັນເຈົ້າການປະຕິບັດບັນດາມາດຕະການຄື: ລ້າງມືດ້ວຍສະບູ ແລະ ນ້ຳສະອາດ ຫຼື ເຈວລ້າງມືເປັນປະຈຳ; ຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ປະຕິບັດວິຖີການດຳລົງຊີວິດທີ່ປອດໃສ, ເພີ່ມທະວີການອອກກຳລັງກາຍ, ຍົກສູງສຸຂະພາບ; ເປັນເຈົ້າການຕິດຕໍ່ຫາອົງການສາທາລະນະສຸກ ແລະ ແຍກປ່ຽວ ເມື່ອມີອາການສົງໄສວ່າຕິດເຊື້ອ.

 

ຕອບກັບ

ຂ່າວ/ບົດ​ອື່ນ