ປະຊາສາຄົມຊາວຫວຽດນາມອາໄສຢູ່ອິນເດຍຈັດວັນບຸນຫໍ່ເຂົ້າປະດັບດິນຕອບບຸນແທນຄຸນ

ປະຊາສາຄົມຊາວຫວຽດນາມອາໄສຢູ່ອິນເດຍຈັດວັນບຸນຫໍ່ເຂົ້າປະດັບດິນຕອບບຸນແທນຄຸນ - ảnh 1
ປະຊາສາຄົມຊາວຫວຽດນາມອາໄສຢູ່ອິນເດຍ
ຈັດວັນບຸນຫໍ່ເຂົ້າປະດັບດິນຕອບບຸນແທນຄຸນ
(ພາບ: TTXVN)

(vovworld) - ​​ ​ປະ​ຊ​າ​ຄົມນັກ​ຮຽນ​ສົງ​ຫວຽດ​ນ​າມ ສົມ​ທົບ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ປະ​ຊ​າ​ຄົມ​ສະ​ຖານ​​ທູດ​ຫວຽດ​ນາມ ປະ​ຈຳ​ອິນ​ເດຍ ຫາ​ກໍ​ຈ​ັດ​ຕັ້ງວັນ​ບຸນ​ຫໍ່​ເຂົ້າ​ປະ​ດັບ​ດິນຕອ​ບ​ບຸນ​ແທນ​ຄຸນ ປີ 2016 ຢູ່​ວັດ Buddha Vihara, ໃຈ​ກາງ​ນະ​ຄອນ​ຫຼວງ ອິນ​ເດຍ. ຢູ່​ທີນີ້, ພະ​ອາ​ຈານ ທິ໋ກ​ແຮ້ງ​ແຈ໋ງ ໄດ້​ຮຽກ​ຮ້ອງເສີມ​ຂະ​ຫຍ​າຍ​ມູນ​ເຊື້ອປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ສ້າງຄວາມ​ຢູ່​ເຢັນ​ເປັນ​ສຸກໃຫ້​ແກ່​ປະ​ຊາ​ຊົນ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ​ຂອງ​ສາ​ສະ​ໜາ​ພຸດ​ຫວຽດ​ນາມ ກວ່າ​ອີກ; ເພີ່ມ​ທະ​ວີກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢ່າງບໍ່​ຢຸດ​ຢັ້ງ, ຍ​ູ້​ແຮງ​ບັນ​ດາ​ການ​ເຄ​ື່ອ​ນ​ໄຫວ​ພົວ​ພັນ​ດ້ານ​ວັດ​ທະ​ນະ​ທຳ, ສາ​ສະ​ໜາກັບ​ຕ່າງ​ປະ​ເທດ, ເບິ່ງ​ແຍງ​ດູ​ແລຊີ​ວິດ​ວັດ​ທະ​ນະ​ທຳ​ການ​ເຫຼື້ອມ​ໄສ​ເຊື່ອ​ຖື​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ຜ່ານນັ້ນ, ໂຄ​ສະ​ນາ​​ເຖິງ​ເພື່ອມ​ມິດ​ສາ​ກົນ​​ໃຫ້​ມີ​ຄວາມເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ, ປະ​ກອບ​ສ່ວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ແນ​ໃສ່ກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ປົກ​ປັ​ກ​ຮັກ​ສາອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບຸ​ຊາ​ຂອງ​ປະ​ເທດ​ຊາດ. ພະ​ອາ​ຈານ ທິ໋ກ​ແຮ້ງ​ແຈ໋ງ ຢັ້ງ​ຢື​ນ​ວ່າ, ປະ​ຊາ​ຄົມ​ນັກ​ຮຽນ​ສົງ​ຫວຽດ​ນ​າມ ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ, ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ເບິ່ງ​ແຍ້ງດ​ູ​ແລທາງ​ດ້ານ​ວັດ​ທະ​ນະ​ທຳ​ການ​ເຫຼື້ອ​ມ​ໄສ​ເຊື່ອ​ຖື​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽ​ດ​ນາມ ອາ​ໄສ​ຢູ່​ອິນ​ເດຍ.

ຂ່າວ/ບົດ​ອື່ນ