ປະດັບຫຼຽນກາທີ່ລະນຶກ ປົກປັກຮັກສາຄວາມ ສະຫງົບແຫ່ງຊາດໃຫ້ ທູດພິເສດຫວຽດນາມ - ຍີ່ປຸ່ນ ແລະ ຍີ່ປຸ່ນ - ຫວຽດນາມ

ປະດັບຫຼຽນກາທີ່ລະນຶກ ປົກປັກຮັກສາຄວາມ ສະຫງົບແຫ່ງຊາດໃຫ້ ທູດພິເສດຫວຽດນາມ - ຍີ່ປຸ່ນ ແລະ ຍີ່ປຸ່ນ - ຫວຽດນາມ - ảnh 1

ປະ​ດັບຫຼຽນ​ກາ​ທີ່​ລະນຶກປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ ​
ໃຫ້​ທູດ​ພິ​ເສດ​ຫວຽດນາມ - ຍີ່ປຸ່ນ ​ແລະ ຍີ່ປຸ່ນ​ - ຫວຽດນາມ
(ພາບ: anninhthudo.vn)

(vovworld) - ວັນ​ທີ 05/05, ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ໄດ້​ເປັນ​​ເຈົ້າພາບພິທີ​ປະດັບ​ຫຼຽນ​ກາ​ທີ່​ລະນຶກປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ ຂອງ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໃຫ້​ທ່ານ​ Sugi Ryotaro, ທູດ​ພິ​ເສດ​ຫວຽດນາມ - ຍີ່ປຸ່ນ, ທັງ​ເປັນທູດ​ພິ​ເສດ​ຍີ່ປຸ່ນ - ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ພົນ​ເອກ ​ເຈີ​ນດ້ານ​ກວາງ ຊີ້​ແຈ້ງວ່າ: ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງຫວຽດນາມ - ຍີ່ປຸ່ນ ນັບ​ມື້​ນັບ​ພັດທະນາ ​ແລະ ​ໄດ້​ຮັບ​ການ​ເປີດ​ກວ້າງ​​ໃນ​ທຸກ​ດ້ານ, ບັນລຸ​ບັນດາ​ຜົນງານ​ອັນ​ຕັ້ງໜ້າ​ໃນ​ທຸກ​ຂົງ​ເຂດ. ​ໃນ​ວິວັດ​ການ​ພັດທະນາ​ນັ້ນ, ຍາມ​ໃດທ່ານ​ເອກ​ອັກຄະ​ລັດຖະທູດ Sugi Ryotaro ​ກໍ່​ມີການ​ປະກອບສ່ວນ​ສຳຄັນ​ເຂົ້າ​​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ຍີ່ປຸ່ນ, ພັດທະນາ​ສາຍ​ພົ​ວພັນ​ມິດ​ຕະພາບ​ກັບ​ຫວຽດນາມ ​ແລະ ຊຸກຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງກັນແລະ​ກັນ ​ລະຫວ່າງ 2 ປະ​ເທດ, ຜ່ານ​ບັນດາ​ລາຍການ​ຮ່ວມ​ມື ​ແລະ ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຕ່າງໆ; ພິ​ເສດ​​ໄດ້​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໃນ​ວຽກ​ງາ​ນປ້ອງ​ກັນ​ໄຟ​ໄໝ້, ກູ້​ໄພ​ກູ້​ຊີບ... ພົນ​ເອກ ​ເຈີ​ນດ້ານ​ກວາງ ປາດ​ຖະໜາ​ວ່າ ດ້ວຍ​ບົດບາດອິດ​ທິພົນຂອງ​ຕົນ, ທ່ານ​ Sugi Ryotaro ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ກັບ​ບັນດາ​ອົງການທີ່​ກ່ຽວ​ຂ້ອງ​ຂອງຍີ່ປຸ່ນ.

ຂ່າວ/ບົດ​ອື່ນ