ປະຕິກິລິຍາຂອງປະເທດຕ່າງໆຕໍ່ເລື່ອງສປປເກົາຫຼີ ປັບປຸງແຜນການ ຍິງດາວທຽມ

ປະຕິກິລິຍາຂອງປະເທດຕ່າງໆຕໍ່ເລື່ອງສປປເກົາຫຼີ ປັບປຸງແຜນການ ຍິງດາວທຽມ - ảnh 1
ລູກ​ສອນ​ໄຟ​ນຳ​ວິຖີ​ຂອງສປປ ​ເກົາຫຼີ​
(ພາບ: Yonhapnew)


​(vovworld) - ​ພາຍຫຼັງ ສປປ ​ເກົາຫຼີ​ ແຈ້ງວ່າ​ຈະ​ຖອນ​ແຜນການ​ຍິງ​ດາວ​ທຽມ​ເຖິງ​ວັນ​ທີ 29/12, ​ເມື່ອ​ທຽບ​ໃສ່​​ແຜ​ນການ​ໃນ​ເບື້ອງ​ຕົ້ນ​ແມ່ນ​​ແຕ່ວັນ​ທີ 10-22/12, ບັນດາ​ປະ​ເທດ​ຈີນ, ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ​ເກົາຫຼີ ​ໄດ້​ມີ​ປະຕິກິລິຍາ​ໃນ​ເບື້ອງ​ຕົ້ນ​ ກ່ຽວກັບບັນຫາ​ນີ້. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ ໃຫ້​ຮູ້​ວ່າ, ປັກ​ກິ​ງ ຮຽກຮ້ອງ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ ມານະ​ພະຍາຍາມ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​​ແຫຼມ​ເກົາຫຼີ ກໍ່​ຄື​ໃນ​ພາກ​ພື້ນ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Victor Nuland ກໍ່​ຢືນຢັນ​ຄືນ​ໃໝ່​ທັດສະນະ​ຂອງ​ອາ​ເມ​ລິ​ກາ​ ທີ່​ຖື​ວ່າ ”​ເລື່ອງ ສປປ ​ເກົາຫຼີ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີລູກ​ສອນ​ໄຟ​ນຳ​ວິຖີ​ໃນ​ການ​ຍິງ​ດາວ​ທຽມ​ຄັ້ງ​ ນີ້ ​ແມ່ນ​ການລະ​ເມີດ​​ໂດຍ​ກົງ​ເຖິງບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ”. ​ໃນ​ຂະນະ​ນັ້ນ, ຍີ່ປຸ່ນ​ສືບ​ຕໍ່​ການ​ປ້ອງ​ກັນ ​ແລະ ຕິດ​ຕາມ​ກວດກາ​​ກໍລະນີ​ຍິງ​ດາວ​ທຽມ​ຂອງ ສປປ ​ເກົາຫຼີ. ສ່ວນ​ຫົວໜ້າ​ຄະນະ​ເຈລະຈາ 6 ຝ່າຍ ສ​ເກົາຫຼີ Lim Sung nam ກໍ່​​ມີ​ການ​ພົບ​ປະ​ກັບຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກະທຳ​ນີ້ຂອງ​ພຽງ​ຢາງ.

 

 

 

ຂ່າວ/ບົດ​ອື່ນ