ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫງວຽນທ້ຽນເຍີນ ຢ້ຽມຢາມອິນເດຍ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫງວຽນທ້ຽນເຍີນ ຢ້ຽມຢາມອິນເດຍ - ảnh 1
ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ
ຫງວຽນ​ທ້ຽນ​ເຍີນ, ເຮັດວຽກຢູ່ອິນເດຍ
(ພາບ: .chinhphu.vn)


(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມິດຕະພາບ​ອິນ​ເດຍ ຢ່າງ​ເປັນ​ທາງ​ການ, ວັນທີ 20/03, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງປະທານາທິບໍດີ Hamid Ansari, ທ່ານ​ນາງປະທານ​ສະພາ​ຕໍ່າ Sumitra Mahajan ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Manohar Parrikar. ທີ່​ການຕ້ອນຮັບ​ທ່ານ ຫງວຽນ​ທ້ຽນ​​ເຍີນ, ທ່ານ​ຮອງ​ປະທານາທິບໍດີ​ Hamid Ansari ​ເນັ້ນ​ໜັກ​ເຖິງ​ການ​ພົວພັນມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດລະຫວ່າງ 2 ປະ​ເທດ ພວມ​ພັດທະນາຢ່າງ​ແຮງ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ການຄ້າ, ການ​ລົງທຶນ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ​ບຳລຸງ​ສ້າງ… ​​ເຖິງ​ຢາງ​ໃດ​ກໍ່ຕາມ, 2 ປະ​ເທດ​ຍັງ​ບໍ່​ທັນ​ຂຸດ​ຄົ້ນ​ໝົດ​ຄວາມ​ສາມາດ​ບົ່ມຊ້ອນ​ໃມການ​ຮ່ວມ​ມື​ດ້ານ​ການ​ຄ້າໄດ້​ເ​ທື່ອ, ສະ​ນັ້ນ​ຕ້ອງ​ຄົ້ນ​ຄວ້າ​ແກ້​ໄຂ​ບັນດາຮົ້ວກີດຂວາງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ຢ່າງ​ແຮງ​ກວ່າ​ອີກ. ທ່ານ ຫງວຽນ​ທ້ຽນ​ເຍີ​ນ ຢືນຢັນ​ວ່າ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ລະຫວ່າງ​ອີນ​ເດຍ ​ແລະ ອາ​ຊຽນ. ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ທາງບົກ ​ແລະ ທາງ​ອາ​ກາດກັບ​ອິນ​ເດຍ ​ແລະ ພາກ​ພື້ນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ການທ່​ອງທ່ຽວ, ສ້າງ​ເງື່ອນ​ໄຂ​ສະດວກ​​ໃນ​ການ​ແລກປ່ຽນ​ການ​ຄ້າ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ​ກວ່າ​ອີກ.

        ທີ່​ການ​ພົບ​ປະ​ກັບ​ທ່ານນາງ​ປະທານ​ສະພາ​ຕໍ່​ Sumitra Mahajan, ທ່ານ​ຫງວຽນ​ທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ, ຄາດ​ວ່າ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຈະ​ໄປ​ຢ້ຽມຢາມ​ອິນ​ເດຍ​ໃນ​ປີ 2015 ນີ້. ທ່ານ​ນາງ Sumitra Mahajan ຕີ​ລາຄາ​ສູງ​ການ​ພົວພັນ​ທີ່​ນັບ​ມື້​ນັບ​ພັດທະນາລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ກໍ​ຄື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Manohar Parrikar, ທ່ານ​ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ຊຸກຍູ້​ການ​ພົວພັນ​ກັບ​ອິນ​ເດຍ; ສະໜັບສະໜູນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ ຂອງ​ອິນ​ເດຍ ກໍ່​ຄື​ບົດບາດ​ອັນ​ໃຫຍ່ຫຼວງ​ກວ່າ​ຂອງ​ອິນ​ເດຍ ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.


ຂ່າວ/ບົດ​ອື່ນ