ປະທານຊຸດທີ 75 ສະມັດຊາໃຫຍ່ສປຊປຶກສາຫາລືກັບລັດເຊຍກ່ຽວກັບແຜນການກະທຳໃນໄລຍະຈະມາເຖິງ

(VOVWORLD) -ເລື່ອງປະຕິບັດບັນດາມະຕິຂອງສະມັດຊາໃຫຍ່ນັບມື້ນັບຫຍຸ້ງຍາກກວ່າໃນສະພາບເກີດໂລກລະບາດໂຄວິດ-19 ແລະ ທ່ານສະເໜີຮ່ວມມືກັບ ມົດສະກູ ເພື່ອມຸ່ງໄປເຖິງເປົ້າໝາຍນີ້.
ປະທານຊຸດທີ 75 ສະມັດຊາໃຫຍ່ສປຊປຶກສາຫາລືກັບລັດເຊຍກ່ຽວກັບແຜນການກະທຳໃນໄລຍະຈະມາເຖິງ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 23 ກໍລະກົດ, ທ່ານ Volkan Bozkir, ປະທານຊຸດທີ 75 ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ປຶກສາຫາລືກັບທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດລັດເຊຍ ກ່ຽວກັບແຜນການກະທຳຂອງສະມັດຊາໃຫຍ່ໃນໄລຍະຈະມາເຖິງ.

        ທີ່ການປຶກສາຫາລື, ທ່ານ Volkan Bozkir ຖືວ່າ, ເລື່ອງປະຕິບັດບັນດາມະຕິຂອງສະມັດຊາໃຫຍ່ນັບມື້ນັບຫຍຸ້ງຍາກກວ່າໃນສະພາບເກີດໂລກລະບາດໂຄວິດ-19 ແລະ ທ່ານສະເໜີຮ່ວມມືກັບ ມົດສະກູ ເພື່ອມຸ່ງໄປເຖິງເປົ້າໝາຍນີ້.

        ໃນຂະນະນັ້ນ, ທ່ານ Sergey Lavrov ໄດ້ເນັ້ນໜັກເຖິງການເພີ່ມທະວີບົດບາດໃຈກາງປະສານງານຂອງສະຫະປະຊາດ, ເຄົາລົບກົດບັດຂອງສະຫະປະຊາຊາດຢ່າງເຂັ້ມງວດ ແລະ ສ້າງຕັ້ງລັກສະນະຫຼາຍຂົ້ວຢ່າງແທ້ຈິງ, ອີງໃສ່ການຄິດໄລ່ ແລະ ຄວາມດຸ່ນດ່ຽງດ້ານຜົນປະໂຫຍດຂອງທຸກໆປະເທດສະມາຊິກໃນປະຊາຄົມສາກົນ ໂດຍບໍ່ມີກໍລະນີຍົກເວັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ