ປະທານທິບໍດີມຽນມາໃຫ້ຄຳໝັ້ນສັນຍາເຄົາລົບໝາກຜົນການເລືອກຕັ້ງທົ່ວປະເທດໃນວັນທີ08/11

ປະທານທິບໍດີມຽນມາໃຫ້ຄຳໝັ້ນສັນຍາເຄົາລົບໝາກຜົນການເລືອກຕັ້ງທົ່ວປະເທດໃນວັນທີ08/11 - ảnh 1
ທ່ານ​ປະທານາທິບໍດີ​ມຽນມາ U Thein Sein
(ພາບປະກອບ: PTI)


(vovworld) – ​ໃນ​ບົດ​ກ່າວ​​ປາ​ໄສ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ ຜ່ານ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ​ໃນ​ວັນ​ທີ 06/11, ທ່ານ​ປະທານາທິບໍດີ​ມຽນມາ U Thein Sein ຢືນຢັນ​ວ່າ, ຈະ​ເຄົາລົບ​ໝາກຜົນ​ການ​ເລືອກ​ຕັ້ງ ​ແລະ ລັດຖະບານ​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ​ລັດຖະທຳ​ມະນູນ. ທ່ານ​ກໍ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ທຸກ​ກຳລັງ​ການ​ເມືອງ​ກໍ​ຈະ​ເຄົາລົບ​ໝາກຜົນ​ການ​ເລືອກ​ຕັ້ງ. ທ່ານ​ຮຽກ​ຮ້ອງ​ໃຫ້​ບັນດາ​ຜູ້ມີ​ສິດ​ເລືອກ​ຕັ້ງ​ຈົ່ງປ່ອນ​ບັດ​ຢ່າງ​ແທ​ດຈິງ, ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ຈິ​ດ​ໃຈ, ຄວາ​ມມຸ່ງ​ມາດ​ປາດ​ຖະໜາ​ຂອງ​ເຂົາ​ເຈົ້າ, ພ້ອມ​ທັງ​ຮຽກຮ້ອ​ງ​ໃຫ້​ລັດຖະບານ ​ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ປ່ອນ​ບັດ​ຢ່າງ​ເສລີ​ ​ແລະ ຍຸດຕິ​ທຳ.

ຂ່າວ/ບົດ​ອື່ນ