ປະ​ທານ​​ປະ​ເທດຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຈີນ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືການພັດທະນາການພົວພັນມິດຕະພາບ, ການຮ່ວມມືກັບ ຈີນ ແມ່ນການເລືອກເຟັ້ນຍຸດທະສາດ.
ປະ​ທານ​​ປະ​ເທດຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຈີນ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊູງບົວ

ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຊູງບົວ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືການພັດທະນາການພົວພັນມິດຕະພາບ, ການຮ່ວມມືກັບ ຈີນ ແມ່ນການເລືອກເຟັ້ນຍຸດທະສາດ, ໃຫ້ບຸລິມະສິດແຖວໜ້າໃນແນວທາງສັງລວມທາງການຕ່າງປະເທດ ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດຂອງ ຫວຽດນາມ ເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ. ທ່ານປະທານປະເທດ ປາດຖະໜາວ່າ ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນບາງຈຸດສຸມຄື: ຮັກສາການພົບປະແລກປ່ຽນຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ; ຍູ້ແຮງ ແລະ ຍົກສູງປະຕິທິຜົນໃນການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ, ຊຸກຍູ້ການເຊື່ອມຕໍ່ເສັ້ນທາງລົດໄຟ ຜ່ານຊາຍແດນ ແລະ ການຮ່ວມມືພັດທະນາ ບາງເສັ້ນທາງລົດໄຟຕາມມາດຖານຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ; ທ່ານສະເໜີໃຫ້ ຈີນ ສືບຕໍ່ເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້, ຊິ້ນສັດລ້ຽງ ຂອງຫວຽດນາມ; ສືບຕໍ່ເຮັດໃຫ້ການຮ່ວມມືທ້ອງຖິ່ນເລິກເຊິ່ງກ່ວາອີກ ແລະ ເພີ່ມທະວີການພົວພັນມິດຕະພາບລະຫວ່າງບັນດາອົງການຈັດຕັ້ງ, ປະຊາຊົນ, ໄວໜຸ່ມຂອງສອງປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ ຊູງບົວ ຢັ້ງຢືນວ່າ ຈີນຈະມານະພະຍາຍາມປະຕິບັດຄວາມຮັບຮູ້ລວມຂັ້ນສູງເປັນຢ່າງດີ, ຜັນຂະຫຍາຍບັນດາມາດຕະການຮ່ວມມືຢ່າງລະອຽດ ໂດຍສອງຝ່າຍສະເໜີເປັນຢ່າງດີ; ຊຸກຍູ້ ແລະ ເຮັດໃຫ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ເລິກເຊິ່ງກ່ວາອີກໃນທຸກຂົງເຂດ; ຄຸ້ມຄອງ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລ, ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຈີນ - ຫວຽດນາມພັດທະນາຢ່າງປອດໄສ, ມີສະຖຽນລະພາບ, ນຳຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ