ປະທານປະເທດເຈີນດ້າຍກວາງຈັດງານລ້ຽງຮ້ອງຮັບປະທານາທິບໍດີມຽນມາ

ປະທານປະເທດເຈີນດ້າຍກວາງຈັດງານລ້ຽງຮ້ອງຮັບປະທານາທິບໍດີມຽນມາ - ảnh 1
ທ່ານປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ​
ຈັດ​ງານ​ລ້ຽງຮ້ອງ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ
(ພາບ​ປະ​ກອບ)


(vovworld) - ຕອ​ນ​ຄ່ຳ​ວັນ​ທີ 26/10, ຢູ່​ສູນກອງ​ປະ​ຊຸມ​ສາ​ກົນ​ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍ​ກວາງ ແລະ ພັນ​ລະ​ຍາ ໄດ້​ຈ​ັດ​ງານ​ລ້ຽງ​ຮ້ອງ​ຮັບ​ທ່ານປະ​ທາ​ນາ​ທິ​ບໍ​ດີ​ Htin Kyaw ແລະ ​ພັນ​ລະ​ຍາ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ຫະ​​ພາບ​ມຽນ​ມາ​ ຢ່າງ​ສົມ​ກຽດ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​​ທ່ານປະ​ທາ​ນາ​ທິ​ບໍ​ດີ Htin Kyaw ເຖິງ​ຫວຽດ​ນາມ ຄັ້ງ​ນີ້ ແມ່ນ​ເຫດ​ການ​ມີ​ຄວາມ​ໝາ​ຍ​ສຳ​ຄັນ​ພິ​ເສດ, ເປີດ​ໄລ​ຍະ​ໃໝ່​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ, ພາຍ​ຫຼັງ​ທີ່ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນ​ເວ​ລາ​ 40 ກ່​ວາ​ປີ​ກ່ອນນີ້. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ແດງ​ຄວາມ​ໄວ້​ເຊື້ອ​ເຊື່ອ​ໃຈ​ຕໍ່​ໝາກ​ຜົນ​ອັນ​ດີ​ງາມ​ຂອງ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ປະ​ທານ​ປະ​ເທດ ແລະ ທ່ານ​ປະ​ທານ​າ​ທິດ​ບໍ​ດີ Htin Kyaw, ພ້ອມ​ກັບ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ການ​ນຳ 2 ປະ​ເທດ ແລະ ປະ​ຊາ​ຊົນ 2 ປະ​ເທດ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ມຽນ​ມາ ຈ​ະ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແທ​ດ​ຈິງ ​ກວ່າ.

        ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Htin Kyaw ເຊື່ອ​ໝັ້ນ​ວ່າ, ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຈະ​ມີ​ອະ​ນາ​ຄົດ​ທີ່​ເປັນ​ໜ້າ​ເອກ​ອ້າງ​​ທະ​ນົງ​ໃຈ.

ຂ່າວ/ບົດ​ອື່ນ