ປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີກຳປູເຈຍ

ປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີກຳປູເຈຍ - ảnh 1
ທ່ານປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ
ຕ້ອນ​ຮັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີກ​ຳ​ປູ​ເຈ​ຍ
(ພາບ: TTXVN)


(vovworld) - ຕອບ​ບ່າຍ​ວັນ​ທີ 17/04, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ​ກຳ​ປູ​ເຈຍ Sar Keng ພວມ​ຢ້ຽມ​ຢາມຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ແດງ​ຄວາມປະ​ຕິ​ຊົມ​ຊື່​ນ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ແລະ ກະ​ຊວງ​ພາຍ​ໃນ​ກຳ​ປ​ູ​ເຈຍ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ, ຈະ​ສືບ​ຕໍ່​ຊີ້​ນຳ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ສົມ​ທົບ​ກັບ​ກະ​ຊວງ​ພາຍ​ໃນ​ກຳ​ປູ​ເຈຍ ໃນ​ທຸກ​ຂົງ​ເຂດຢ່າງ​ແໜ້ນ​ແຟ້ນ, ຮອບ​ດ້ານ ແລະ ເລິກ​ເຊິ່ງ ກວ້າງ​ຂວາງກວ່າ​ອີກ, ຕາມ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ແລະ ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ກະ​ຊວງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ, ກໍ​ຄື​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

        ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ Sar Keng ປາດ​ຖະ​ໜາ​ວ່າ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ພ້ອມ​ກັບ​ບັນ​ດາ​ການ​ນຳ​ພັກ, ລັດ​ຫວຽດ​ນາມ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ກະ​ຊວງ​ພາຍ​ໃນ​ກຳ​ປູ​ເຈຍ ແລະ ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ຮ່ວມ​ມື​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ