ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານສະຫະສະມາຄົມວິສາຫະກິດຍີ່ປຸ່ນປະຈຳຫວຽດນາມ

ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານສະຫະສະມາຄົມວິສາຫະກິດຍີ່ປຸ່ນປະຈຳຫວຽດນາມ - ảnh 1
ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງຕ້ອນຮັບ​ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຍີ່​ປຸ່ນປະຈຳ​ຫວຽດນາມ
(ພາບ: Nguyễn Khang - TTXVN)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ ຍີ່ປຸ່ນ ປະຈຳ ຫວຽດນາມ ທ່ານ Motonobu Sato ​ໃນ​ວັນ​ທີ 8/2, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ຍີ່ປຸ່ນ ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ. ທ່ານ​ປະທານ​ປະ​ເທດ ຖື​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍັງ​ຫຼາຍ​ຢູ່, ພິ​ເສດ​​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ດັ່ງ​ນັ້ນ, ປະທານ​ປະ​ເທດ ​ແລະ ບັນດາ​ການ​ນຳ​ກະຊວງ, ຂະ​ແໜງ​ການ ຫວຽ​ດນາມ ຢືນຢັນ ສືບ​ຕໍ່​ສ້າງ​ທຸກໆ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ການ​ລົງທຶນ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ຍີ່ປຸ່ນ​ເວົ້າ​ສະ​ເພາະ, ພ້ອມ​ທັງຫວັງ​ວ່າການ​ລົງທຶນ​ຂອງ ຍີ່ປຸ່ນ ​ເຂົ້າ ຫວຽດນາມ ຈະ​ສູງ​ກ່ວາ​ອີກ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

    ສ່ວນ​ທ່ານປະທານສະຫະ​ສະມາຄົມ​ວິ​ສາ​ຫະກິດ ຍີ່ປຸ່ນ ປະຈຳ ຫວຽດນາມ Motonobu Sato ​ແລະ ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​​ໃຫຍ່ ຂອງ ຍີ່ປຸ່ນ ພວມ​ດຳ​ເນີນ​ທຸລະ​ກິດ ຢູ່ ຫວຽດນາມ ຢືນ​ຢັນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຍູ້​ແຮງ​ການ​ລົງທຶນ​ເຂົ້າ ຫວຽດນາມ ​ເພື່ອ​ສືບ​ຕໍ່​ບັນ​ລຸ​ໄດ້​ບັນດາ​ຄາ​ດໝາຍ​ສູງ​ກ່ວາທັງ​ດ້ານ​ມຸນ​ຄ່າ ​ແລະ ຄຸນ​ນະພາ​ບການ​ລົງທຶນ.

ຂ່າວ/ບົດ​ອື່ນ