ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ

ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ
ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ
(ພາບ: nld)

(vovworld) - ພາຍ​ຫຼັງ​ກອ​ງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13. ວັນ​ທີ 05/12, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາ​ງ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ​ໂຮ່​ຈິ​ມິນ ​ໄດ້​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1. ​ທີ່​ການ​ພົບ​ປະ, ຜູ້​ມີ​ສິດເລືອກ​ຕັ້ງ​ສະ​ເໜີ​ຕ້ອງ​ຍົກ​ສູງ​ບົດ​ບາດ​ຕິດ​ຕາມ​ຂອງ​ສະ​ພາ​ແຫ່ງ​ຊາດກວ່າ​ອີກ; ມີ​ມາດ​ຕະ​ການ​ຢ່າງ​ແຮງ ແລະ ຂ້ຽວ​ຂາດກວ່າ​ເພື່ອ​ສະ​ກັດ​ກັ້ນ​ສະ​ພາບ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເ​ຟືອຍ.

      ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ປາດ​ຖະ​ໜາ​ວ່າ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ສືບ​ຕໍ່​ອຸ​ທິດ​ສ່ວນ ແລະ ປະ​ກອບ​​ຄຳ​ເຫັ​ນໃຫ້​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ໃນ​​ຫານ​ບໍ​ລິ​ການ​ທ້ອງ​ຖິ່ນ ກໍ​ຄື​ປະ​ເທດ​ຊາດ​ເວົ້າ​ລວ​ມ. ເມື່ອ​ເຕື້ອງ​ເຖິງ​ເລື່ອງ​ຮົ່ວ​ໄຫຼ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ຢູ່​ບັນ​ດາ​ກຸ່​ມ​ບໍ​ລິ​ສັດ​ແຫ່ງ​ລັດ ເຊິ່ງ​ຜູ້ມ​ີ​ສິດ​ເລືອກ​ຕັ້ງ​ຍົກ​ອອກ​ມາ, ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ​, ພັກ, ລັດ ຈະ​ແກ້​ໄຂ​ບັນ​ດາ​ການ​ກະ​ທຳ​ຜິດ. ກ່ຽວ​ກັບ​ວຽ​ກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ, ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່​ໄດ້​ເຮັດ​ວຽກ​ຢ່າງ​ຂ້ຽວ​ຂາດ, ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ຕັ້ງ​ໜ້າ ແຕ່ຍັງບໍ່​ທັ​ນ​ບັນ​ລຸ​ໄດ້​ຄາ​ດ​ໝາຍ​ທີ່​ໄດ້​ວາງ​ອອກ. ກ່ຽວ​ກັບ​ວຽກ​ງານ​ພະ​ນັກ​ງານ, ​ໃນ​ນັ້ນ​ມີບຸກ​ຄະ​ລາ​ກອນ​ຂັ້ນສູນ​ກາງ 12, ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ແມ່ນ​ຜູ້​ມີ​ສິດ​ຄັດ​ເລືອກ, ​ຕ້ອງເປັນ​ເຈົ້າ​ການ​ປະ​ກອບ​ຄຳ​ເຫັນ​ເພື່ອ​ສາ​ມາດ​ຄັດ​ເລືອກ​ຢ່າງ​ຖືກ​ຕ້ອງ.

ຂ່າວ/ບົດ​ອື່ນ