ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມກອງປະຊຸມຊຸດຍອດວິສາຫະກິດAPEC

ປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມກອງປະຊຸມຊຸດຍອດວິສາຫະກິດAPEC - ảnh 1
(ທ່ານປະທານປະເທດເຈືອງເຕິ໋ນຊາງ
ເຂົ້າຮ່ວມກອງປະຊຸມຊຸດຍອດວິສາຫະກິດAPEC)


(vovworld) - ຕອນ​ເຊົ້າ​ວັນ​ທີ 17/11, ກອງ​ປະຊຸມ​ຊຸດ​ຍອດ​ວິ​ສາ​ຫະກິດ ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) 2015 ​​ໄດ້ດຳ​ເນີນ​ຢູ່​ມາ​ນີລາ, ຟີ​ລິບ​ປິນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້ຕາງໜ້າ 1.200 ວິ​ສາ​ຫະກິດ​ແຖວ​ໜ້າ​ຂອງພາກ​ພື້ນ ອາຊີ - ປາຊີ​ຟິກ. ທ່ານປະທານ​ປະ​ເທດ​​ ເຈືອງ​ເຕິ໋ນຊາງ​ ແມ່ນ​ການ​ນຳ​ສູງ​ສຸດ​ຜູ້​ດຽວ ​ໄດ້​ຮັບ​ເຊ​ີນ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ຫົວ​ຂໍ້ “ຍຸດ​ທະ​ສາດ​ເພື່ອ​ການ​ເຕີບ​ໂຕ, ຄວາມ​ຍຸຕິ​ທຳ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ“. ​ເມື່ອ​ແລກປ່ຽນ​ກັບ​ບັນດາ​ວິ​ສາ​ຫະກິດ​ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ຂອງ​ຫວຽດນາມ, ທ່ານປະທານ​ປະ​ເທດ​​ ເຈືອງ​ເຕິ໋ນຊາງ ​ຊີ້​ແຈ້ງ​ວ່າ, ຫວຽດນາມ ພວມ​ຍູ້​ແຮງ​ການ​ປະຕິຮູບ​ລະບອບ, ປັບປຸງ​ລະບົບ​ກົດໝາຍ, ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ. ດ້ວຍ​ເລື່ອງ​ສຳ​ເລັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ 4 ສະບັບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ປີ 2015, ຫວຽດນາມ​ ພວມ​ກາຍ​ເປັນ​ສະຖານ​ທີ່​ເຊື່ອມ​ຕໍ່​ສຳຄັນ​ຂອງ​ບັນດາ​ເຄືອ​ຂ່າຍ​ຜະລິດ ​ແລະ ລະບົບ​ມູນ​ຄ່າ​ໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ. ທ່ານປະທານ​ປະ​ເທດ​​ ເຈືອງ​ເຕິ໋ນຊາງ  ຢືນຢັນ​ວ່າ, ຫວຽດນາມ ​ຈະ​ສືບ​ຕໍ່​ພ້ອມ​ກັບ​ບັນດາ​ສະມາຊິກ APEC ຊຸກຍູ້​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ. ບັນດາ​ວິ​ສາ​ຫະກິດ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ຜົນງານ​ຕັ້ງໜ້າຕ່າງໆ​ຂອງ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ປ່ຽນ​ໃໝ່​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ການ​ສ້າງ​ອົງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານເສດຖະກິດ​ມະຫາ​ພາກ​, ຮັກສາ​ລະດັບ​ເຕີບ​ໂຕ. ບັນດາ​ວິ​ສາ​ຫະກິດ​ຢືນຢັນ ຈະ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ, ລົງທຶນ​ຢູ່​ຫວຽດນາມ ​ເພື່ອ​ຮັບ​ເອົາ​ກາລະ​ໂອກາດ, ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃໝ່.

ຂ່າວ/ບົດ​ອື່ນ