ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປ​ີ​ແຫ່ງວັນ ປະ​ທານ​ໂຮ່​ຈີ​ມິນ​ ລົງ​ຢ້ຽມ​ຢາມ ນາມ​ດິ້ງ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງສະເໜີໃຫ້ແຂວງນາມດິງສຸມໃສ່ຫັນປ່ຽນໂຄງປະກອບດ້ານເສດຖະກິດຢ່າງແຮງຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ.
ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 60 ປ​ີ​ແຫ່ງວັນ ປະ​ທານ​ໂຮ່​ຈີ​ມິນ​ ລົງ​ຢ້ຽມ​ຢາມ ນາມ​ດິ້ງ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນ ປະທານໂຮ່ຈີມິນ ລົງຢ້ຽມຢາມ ນາມດິ້ງ (ພາບ: TTXVN)

ຕອນຄ່ຳວັນທີ 19 ພຶດສະພາ, ກົງກັບວັນສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890-19/5/2023), ແຂວງນາມດິ້ງໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈີມິນ ລົງຢ້ຽມຢາມນາມດິງ (21/5/1963 - 21/5/2023)

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງສະເໜີໃຫ້ແຂວງນາມດິງສຸມໃສ່ຫັນປ່ຽນໂຄງປະກອບດ້ານເສດຖະກິດຢ່າງແຮງຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ປະຕິບັດໂຄງການສ້າງຊົນນະບົດໃໝ່ຕິດພັນກັບການຫັນເປັນຕົວເມືອງ ໃຫ້ເປັນຢ່າງດີ, ຖືປະຊາຊົນເຂດຊົນນະບົດເປັນເຈົ້າກຳ, ສ້າງການຫັນປ່ຽນຢ່າງຈະແຈ້ງ ກ່ຽວກັບວິຖີຊີວິດເຂດຊົນນະບົດ ແລະ ຄຸນນະພາບການດຳລົງຊີວິດຂອງແຕ່ລະຄົນຢູ່ຊົນນະບົດ. ທ່ານໃຫ້ຮູ້ວ່າ:

        ຕ້ອງຮັບຮູ້ໄດ້ບົດບາດ, ທີ່ຕັ້ງ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງແຂວງ ແລະ ບັນດາບົດຮຽນປະສົບການອັນລ້ຳຄ່າໃນການພັດທະນາເສດຖະກິດສັງຄົມ ຢ່າງຄົບຖ້ວນ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຂວງໃນຊຸມປີຜ່ານມາ, ປະຕິບັດການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ຄຳສັ່ງສອນຂອງລຸງໂຮ່ຜ່ານ ການກັບເມືອຢ້ຽມຢາມນາມດິ້ງ 5 ຄັ້ງເປັນຢ່າງດີ, ເສີມຂະຫຍາຍຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມຄາດຫວັງບືນຕົວຂຶ້ນພັດທະນາບ້ານເກີດເມືອງນອນປະເທດຊາດ, ອົງຄະນະພັກ ແລະ ປະຊາຊົນນາມດິ້ງຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງກ່ວາອີກ, ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ແຫຼ່ງກຳລັງເພື່ອພັດທະນາເສດຖະກິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ