ປະທານສູນກາງແນວໂຮມປະເທດຊາດຫວຽດນາມເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນ

ປະທານສູນກາງແນວໂຮມປະເທດຊາດຫວຽດນາມເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນ - ảnh 1

(vovworld) –  ກ່າວ​ຄຳ​ເຫັນ​ກັບ​ປະຊາຊົນ​ເຂດ​ຊຸມ​ຊົນ​ເລກ 6 ​ແລະ ​ເລກ 9 ຕາ​ແສງ​ກວານ​ແທ໋ງ, ​ເມືອງ​ບາ​ດິ່ງ, ​ໃນ​ຕອນ​ຄຳ່​ວັນ​ທີ 8/11, ທ່ານ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ່ຽນ​ເຍິນ​ຢືນຢັນ​ວ່າ, ຄວາມ​ສາມັກ​ຄີ​ແມ່ນ​ມູນ​ເຊື້ອ​ອັນ​ລຳ້​ຄ່າ​ຂອງ​ຊາດ​ຫວຽດນາມ. ​ເສີມ​ຂະຫຍາຍ​ຄວາມ​ສາມັກ​ຄີ​ແມ່ນ​ໜຶ່ງ​ໃນ​ບັນດາ​ບົດຮຽນ​ໃຫຍ່​ຂອງ​ການ​ປະຕິວັດ​ຫວຽດນາມ, ​ເຊິ່ງ​ໄດ້​ຮັບ​ການ​ຢັ້ງຢືນ​ຜ່ານ​ບັນດາ​ໄລຍະ​ປະຫວັດສາດ. ຄວາມ​ສາມັກຄີ​ຊົນ​ຊາດ ​ແມ່ນ​ແຫຼ່ງກຳລັງ​ແຮງ, ກຳລັງ​ໜູນ​ທີ່​ສຳຄັນ ​ແລະ ​ແມ່ນ​ປັດ​ໃຈ​ຕັດສິນ​ຮັບປະກັນ​ໄຊຊະນະ​ຂອງ​ພາລະກິດ​ຕໍ່ສູ້, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີຍັງ​ເນັ້ນ​ໜັກ​ເຖິງ​ບາງ​ເນື້ອ​ໃນ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ກວ່າ​ອີກ. ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ່ຽນ​ເຍິນ ສະ​ເໜີ​ສອງ​ເຂດ​ຊຸມ​ຊົນ​ດັ່ງກ່າວ​ສືບ​ຕໍ່​ປະຕິບັດ​ບັ້ນ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ“ ​ໃຫ້​ດີ, ພັດທະນາ​ເສດຖະກິດ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຄອບຄົວ​ໃຫ້​ມີ​ຄວາມ​ຜາ​ສຸກ, ກໍ່ສ້າງ​ສັງຄົມ​ແຫ່ງ​ການ​ຮຳ່ຮຽນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ. ທ່ານ​ກໍ່​ໄດ້​ສະ​ເໜີ​ປະຊາຊົນ​ເຂົ້າ​ຮ່ວມ​ວຽກ​ງານ​ຕິດຕາມ​ກວດກາ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ ​ເພື່ອ​ສ້າງ​ຄວາມ​ສາມັກ​ຄີ​ຢ່າງ​ແທ້​ຈິງ, ນຳ​ປະ​ເທດ​ພັດທະນາ.

ຂ່າວ/ບົດ​ອື່ນ