ປະທານສະພາແຫ່ງຊາດຕ້ອນຮັບຄະນະຜູ້ແທນກຳມາທິການການທະຫານສະພາສູງ ອາເມລິກາ

(VOVWORLD) - ຕອນເຊົ້າວັນທີ 01 ມີຖຸນາ ຢູ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃຫ້ການຕ້ອນຮັບຄະນະຜູ້ແທນກຳມາທິການການທະຫານສະພາສູງ ອາເມລິກາ 
ປະທານສະພາແຫ່ງຊາດຕ້ອນຮັບຄະນະຜູ້ແທນກຳມາທິການການທະຫານສະພາສູງ ອາເມລິກາ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕອນຮັບທ່ານ John Mc Cain

ໂດຍທ່ານ John Mc Cain ສະມາຊິກສະພາສູງ, ປະທານກຳມາທິການການທະຫານສະພາສູງ ອາເມລິກາ ນຳໜ້າ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ປາດຖະໜາຢາກ 2 ປະເທດສືບຕໍ່ໃຫ້ຄຳໝັ້ນສັນຍາແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມປະໄວ້ຢ່າງເຖິງຖອງ ແລະ ຍາວນານ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສະເໜີສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນຮັບຮອງເອົາບັນດາມະຕິຊຸກຍູ້ການພົວພັນເສດຖະກິດ - ການຄ້າ 2 ຝ່າຍ. ເນື່ອງໃນໂອກາດນີ້ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ກໍ່ປາດຖະໜາຢາກ ສະພາແຫ່ງຊາດ 2 ປະເທດເພີ່ມທະວີການແລກປ່ຽນ, ເຈລະຈາ, ໃນນັ້ນມີການເຄື່ອນໄຫວຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ, ຊ່ວຍໃຫ້ບັນດາສະມາຊິກລັດຖະສະພາ 2 ປະເທດ ເພີ່ມທະວີຄວາມຮັບຮູ້ ແລະ ເຊື່ອໝັ້ນເຊິ່ງກັນ ແລະ ກັນ.

        ທີ່ການຕ້ອນຮັບ, 2 ຝ່າຍແລກປ່ຽນກ່ຽວກັບບາງບັນຫາ ໃນພາກພື້ນ ແລະ ສາກົນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາທະເລຕາເວັນອອກ; ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ, ທາງອາກາດຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບບັນດາວິວັດການການທູດ ແລະ ນິຕິທຳ, ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ