ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢ້ຽມຢາມບາງສະຖານທີ່ຢູ່ອາເມລິກາ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຢ້ຽມຢາມບາງສະຖານທີ່ຢູ່ອາເມລິກາ - ảnh 1
(ທ່ານ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ
 ຫວຽດນາມ ​ຢ້ຽມ​ຢາມ​ຫໍພິພິທະ​ພັນແຫ່ງ​ຊາດ ອາ​ເມ​ລິ​ກາ)

(vovworld) – ​​​ ​ຕອນ​ຄ່ຳ​ວັນ​ທີ 7/9, ຕາມ​ເວລາ ຫວຽດນາມ, ໂດຍສືບ​ຕໍ່​ລາຍການ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ມາ​ຢ້ຽມ​ຢາມ​ຫໍພິພິທະ​ພັນຮັກສາ​ເປັນ​ສຳ​ເນົາແຫ່ງ​ຊາດ ອາ​ເມ​ລິ​ກາ. ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ຜູ້​ແທນ ຢ້ຽ​ມຢາມ​ບ້ານ​ເກີດ​ເມືອງ​ນອນຂອງອະດີດ​ປະທານາທິບໍດີ​ທຳ​ອິດຂອງ ອາ​ເມ​ລິ​ກາ ທ່ານ George Washington ຢູ່​ນະຄອນ Mount Vernon, ລັດ Virginia.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ກໍ​ໄປ​ຢ້ຽ​ມຢາມ​ຫໍພິພິທະ​ພັນ​ແຫ່ງ​ຊາດ​ປະຫວັດສາດ ອາ​ເມ​ລິ​ກາ, ​ແມ່ນ​ບ່ອນ​ຮັກສາ, ວາງສະ​ແດງ​ບັນດາ​ມໍລະດົກ​ປະຫວັດສາດ​ຂອງ ອາ​ເມ​ລິ​ກາ. ນະ​ທີ່​ນີ້, ຄະນະ​ກໍ​ໄດ້ໄປ​ຢ້ຽ​ມຢາມ​ບັນດາ​ເອກະສານ​ປະຫວັດສາດ​ກ່ຽວ​ກັບ​ຂະ​ແໜງ​ອຸດສາຫະກຳ​ສະບຽງ​ອາຫານ, ກະຈາຍສຽງ, ​ໂທລະພາບ, ​ເຕັກ​ໂນ​ໂລ​ຢີ, ການ​ຄ້າ…​ໃນ​ສະ​ໄໝ​ທຳ​ອິດ​ຂອງ​ປະຫວັດສາດ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ