ປະທານສະພາແຫ່ງຊາດຫງວຽນຊິງຮູ່ງອວຍພອນປີໃໝ່ຢູ່ອົງການຕ່າງໆ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງອວຍພອນປີໃໝ່ຢູ່ອົງການຕ່າງໆ - ảnh 1

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ຢ້ຽມ​ຢາມວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ
(ພາບ: vtv.vn)

 (vovworld) – ຕອນ​ບ່າຍ​ວັນ​ທີ 13/2, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ລົງ ຢ້ຽມ​ຢາມ, ອວ​ຍ​ພອນ​ປີ​ໃໝ່ ປີ​ມະ​ແມ 2015 ພະ​ນັກ​ງານ, ບັນ​ນາ​ທິ​ການ, ເຕັກ​ນິກ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV). ລາຍ​ງານ​ກັບ​​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້​ອຳ​ນວຍ​ການ​ໃຫຍ່ VOV ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຜົນ​ງານ​ໃນ 70 ປີ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ຂອງ VOV. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ປາດ​ຖະ​ໜາ​ວ່າ: VOV ຈະ​ປ່ຽນ​ໃໝ່​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ, ໂທ​ລະ​ພາບ​ຢ່າງບໍ່​ຢຸດຢັ້ງ, ພິ​ເສດ​ແມ່ນ​ຊ່ອງ​ໂທ​ລະ​ພາບ​ສະ​ພາ​ແຫ່ງ​ຊາດ​. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເນັ້ນ​ໜັກ​ວ່າ: ໃນ​ການ​ໂຄ​ສະ​ນາ​ຄວນ​ຮັບ​ປະ​ກັນ​ລັກ​ສະ​ນະ​ຈັດ​ເຊນ, ຮັບ​ໃຊ້​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ.

ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ໄດ້​ໄປ​ຢ້ຽມ​ຢາມ, ອວ​ຍ​ພອນ​ປີ​ໃໝ່ ປີ​ມະ​ແມ 2015, ຢູ່​ໂທ​ລະ​ພາບ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ໂທ​ລະ​ພາບ ຫວຽດ​ນາມ ຄວນ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ, ເນື້ອ​ໃນ​ບັນ​ດາ​ລາຍ​ການ​ໂທ​ລະ​ພາບ​ກ່​ວາ​ອີກ. ອວຍ​ພອນ​​ການ​ພັດ​ທະ​ນາ​ຂອງ​ໂທ​ລະ​ພາບ​ ຫວຽດ​ນາມ ແລະ ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ວຽກ​ງ​ານ​ສື່​ສານ. ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງນັ້ນ, ໂທ​ລະ​ພາບ​ ຫວຽດ​ນາມ ຄວນ​ເປັນ​ເຈົ້າ​ການ​ປ່ຽນ​ໃໝ່​ບັນ​ດາ​ເນື້ອ​ໃນ, ລາຍ​ການ… ​ເປັນ​ເຈົ້າ​ການເພື່ອ​ໂຄ​ສະ​ນາ​, ເຜີຍ​ແຜ່ບັນ​ດາ​ມະ​ຕິ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ເອ​ກະ​ສານ​ຂອງ​ພັກ​, ລັດ ເຖິງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ແລະ ປະ​ຊາ​ຊົນ.

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 13/2, ທີ່​ການ​ພົບ​ປະ​ກັບ​ການ​ນຳ, ພະ​ນັກ​ງານ, ລັດ​ຖະ​ກອນ​ບັນ​ດາ​ກຳ​ມາ​ທິ​ການ​ສະ​ພາ​ແຫ່ງ​ຊາດ ເນື່ອງ​ໃນ​ໂອ​ກາດ​ປີ​ມະ​ແມ 2015, ທ່ານ ຫງວຽນ​ຊິງ​ຮູ່ງ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ ແລະ ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພ​ະ​ຍາ​ຍາມຂອງ​ໝູ່​ຄະ​ນະ, ການ​ນຳ, ພະ​ນັກ​ງານ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ປີ 2015. ບັນ​ດາ​ຜົນ​ງານ​ດັ່ງ​ກ່າວ​ໄດ​້​ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການ​ເຄື່​ອນ​ໄຫວ​ຂອງສະ​ພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ເວົ້າ​ລວມ.


ຂ່າວ/ບົດ​ອື່ນ