ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຈລະຈາກັບປະທານສະພາແຫ່ງຊາດສ.ຝຣັ່ງ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຈລະຈາກັບປະທານສະພາແຫ່ງຊາດສ.ຝຣັ່ງ - ảnh 1
ການເຈລະຈາລະຫວ່າງ 2 ຝ່າຍ
(ພາບ: Nhan Sáng-TTXVN)

(vovworld) –  ຕອນ​ເຊົ້າ​ວັນ​ທີ 18/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Claude Bartolone ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ສາ​ທາລະນະ​ລັດ ຝຣັ່ງ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ. ພາຍຫຼັງ​ພິທີ​ຕ້ອນຮັບ, ການ​ນຳ 2 ທ່ານ​ໄດ້​ດຳ​ເນີ​ນການ​ເຈລະຈາ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​​ເນື້ອ​ໃນ​ສຳຄັນ​ຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​​ໃນ​ຂົງ​ເຂດລັດຖະສະພາ ​ແລະ ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ.

        ທ່ານ​ປະທານ​ສະພາ​ແຫ່​ງຊາດ Claude Bartolone ​​ໄດ້​ຊົມ​ເຊີຍຜົນສ​ຳ​ເລັດຢ່າງ​ດີງາມ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ຫວັງ​ວ່າການ​ນຳ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານຊຸດ​ໃໝ່​ຂອງ ຫວຽດນາມ ຈະສືບ​ຕໍ່​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ການ​ທູດ ກໍ​ຄື​ເສດຖະກິດ, ວັດທະນະທຳ, ສັງຄົມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ​ພວມ​ຄ່ອຍໆ​ສ້າງ​ລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບ ​ແລະ ສອດຄ່ອງ​ກັບ​ລັດຖະທຳ​ມະນູນປີ 2013, ​ໃນ​ນັ້ນ​ມີ​ກົດໝາຍ​ຫຼາຍ​ສະບັບ​ກ່ຽວຂ້ອງ​ເຖິງ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​​ເສດ​ຖະກິດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຄົມມະນາຄົມ, ກະສິກ​ຳ, ການ​ຢາ… ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຫວັງ​ວ່າ: ສະພາ​ແຫ່ງ​ຊາດ​ ຝຣັ່ງ ຕັ້ງໜ້າ​ສະໜັບສະໜູນ ຫວຽດນາມ ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ໃນ​ການ​ເດີນ​ທະ​ເລ ​ແລະ ຕໍ່ສູ້​ເພື່ອ​ຄັດຄ້ານ​ການ​​ເຄື່ອນ​ໄຫວ​ນຳ​ໃຊ້​ກຳລັງ​ການ​ທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ກັນ​​ແລກປ່ຽນ,  ປຶກ​ສາ​ຫາລື ​ແລະ ​ເຄົາລົບ​ກົດໝາຍ​ສາກົນ​ໃນ​ການ​​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ.

        ສ່ວນ​ທ່ານ​ປະທານສະພາ​ແຫ່​ງຊາດ Claude Bartolone ຢັ້ງຢືນ​ການ​ເຄົາລົບ​ກົດໝາຍ​ສາກົນ​ແມ່ນ​ຈຳ​ເປັນ​ທີ່​ສຸດ​ເພື່ອ​ຫຼີກ​ລ້ຽງ​ບັນດາ​ຜົນ​ເສຍ​ຫາຍ​ສຳລັບ​ການ​​ແລກປ່ຽນ​ຄ້າຂາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຝຣັ່ງ ​ເນັ້ນ​ໜັກ​ວ່າ: ການ​ເຄົາລົບ​ກົດໝາຍ​ສາກົນ​ກໍ່​​​ເປັນ​ວິທີ​ເພື່ອ​ຫຼີກ​ລ້ຽງ​ຄວາມ​ເຄັ່ງ​ຕຶງ. ທ່ານ Claude Bartolone ​ໃຫ້​ຮູ້​ວ່າ: ພະລັງງານ, ນຳ້, ການ​ແກ້​ໄຂ​ມົນ​ລະ​ພິດ​​ສິ່ງ​ແວ​ດລ້ອມ ​ແມ​່ນບັນດາ​ຂົງ​ເຂດ​ເຊິ່ງ ຝຣັ່ງ ມີ​ທ່າ​ແຮງ ​ແລະ ​ພ້ອມ​ແລ້ວ​ໃຫ້ການ​ທີ່​ຮ່ວມ​ມື​ກັບ ຫວຽດນາມ. ຝຣັ່ງ ຈະ​ຊຸກຍູ້​ການ​ຮ່ວມ​ມື​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ກັບ ຫວຽດນາມ, ກຽມພ້ອມ​ບຳລຸງ​ສ້າງ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີກ່ຽວ​ກັບ​ສາທາລະນະ​ສຸກ, ບຳລຸ​ງສ້າງ​ດ້ານ​ພາສາ ຝຣັ່ງ, ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ນັກ​ສຶກສາ ຫວຽດນາມ ​ໄປ​ຮ​​ຳ່ຮຽນ​ ​ແລະ ຄົ້ນ​ຄ້ວາ.


ຂ່າວ/ບົດ​ອື່ນ