ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງໄດ້ຮັບການເລືອກຕັ້ງເປັນປະທານສະພາເລືອກຕັ້ງແຫ່ງຊາດ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງໄດ້ຮັບການເລືອກຕັ້ງເປັນປະທານສະພາເລືອກຕັ້ງແຫ່ງຊາດ - ảnh 1
(ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິ​ງ​ຮຸ່ງ)

(vovworld) - ​​ຕອນ​ບ່າຍ​ວັນ​ທີ 24/11, ດ້ວຍ​ບັດ​ເຫັນ​ດີ​ສ່ວນ​ຫຼາຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພ​າ​ແຫ່ງ​ຊາດ​ຊຸດ​ທີ 13, ໄດ້​​ເລືອກຕັ້ງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິ​ງ​ຮຸ່ງ ເປັນ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ. ປ​ະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ໄດ້​ຍື່​ນ​ໃບ​ສະ​ເໜີ​​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ຊີ​ລາຍ​ຊື່ບັນ​ດາ​ຮອງ​ປະ​ທານ ແລະ ​​ກຳ​ມະ​ການ​ສະ​ພາເລືອກ​ຕັ້ງ​ແຫ່ງ​ຊາດ. ຕາມນັ້ນ​ແລ້ວ, ບັນ​ດາ​ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ລວມ​ມີ: ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ; ທ່າ​ນ​ນາງ ຫວຽນ​ທິຢ​ວານ, ຮອງ​ປະ​ທ​ານ​ປະ​ເທດ; ທ່ານ ຫງວຽນ​ຊວນ​ຟຸກ, ຮອງນ​າ​ຍົກ​ລັດ​ຖະ​ມົນ​ຕີ; ທ່ານ ຫງວຽນ​ທ​້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ. ບັນ​ດ​າ​ກຳ​ມະ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ລວມ​ມືສະ​ມາ​ຊິກ 16 ຄົນ.

      ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ທີ 24/11, ຄະ​ນະ​ປະ​ຈຳ​ສະ​ພາ​ແ​ຫ່ງ​ຊາດ ໄດ້​ສະ​ເໜີ​ທ່ານ ຫງວຽນ​ແຫ້ງ​ຟຸກ, ກ​ຳ​ມະ​ການ​ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າ​ຫ້ອງ​ວ່າ​ການ​​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າ​ຄະ​ນະ​ເລ​ຂາ​ກອງ​ປະ​ຊຸມ ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​​ເລືອກ​ຕັ້ງດຳ​ລົງ​ຕຳ​ແໜ່ງ​​ເປັນເ​ລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດຊຸດ​ທີ 13. ຫຼັງ​ຈາກນັ້ນ, ບັນ​ດາ​ຄະ​ນະ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບເລື່ອງ: ​ສະ​ເໜີສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ຊີ​ລາຍ​ຊື່ບັນ​ດາ​ຮອງ​ປະ​ທານ ແລະ ກຳ​ມະ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ