ປະທານສະພາແຫ່ງຊາດຫວຽດນາມ ໂອ້ລົມກັບຄູອາຈານສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ
![ປະທານສະພາແຫ່ງຊາດຫວຽດນາມ ໂອ້ລົມກັບຄູອາຈານສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_02_24/241.jpg)
ທ່ານນາງ ຫງວຽນທິກີມເງິນ ໂອ້ລົມກັບບັນດາພະນັກງານຄຸ້ມຄອງ,
ຄູອາຈານ ແລະ ນັກຄົ້ນຄວ້າວິທະຍາສາດປີ 2017
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 24/02, ຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ມີການໂອ້ລົມກັບບັນດາພະນັກງານຄຸ້ມຄອງ, ຄູອາຈານ ແລະ ນັກຄົ້ນຄວ້າວິທະຍາສາດປີ 2017 ກ່ຽວກັບລັດຖະທຳມະນູນປີ 2013 ແລະ ບັນດາຈຸດໃໝ່ໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມຢູ່ ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສະເໜີວ່າ ໃນໄລຍະຈະມາເຖິງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈະເພີ່ມທະວີການຮ່ວມສຳພັນກັບສະພາແຫ່ງຊາດດ້ວຍວິທີແຕ່ລະກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດຈະມີບາງພະນັກງານຄູອາຈານຂອງສະຖາບັນເຂົ້າຮ່ວມຈຳນວນໜຶ່ງ. ດັ່ງນັ້ນ ນອກຈາກການຄົ້ນຄວ້າທິດສະດີແລ້ວ ບັນດາຄຳຄິດຄຳເຫັນຂອງສະມາຊິກສະພາແຫ່ງຊາດທີ່ໂຕ້ເວທີຢູ່ສະພາແຫ່ງຊາດ ຈະປະກອບສ່ວນເພີ່ມພາກພຶດຕິກຳຕົວຈິງ ເພື່ອຮັບໃຊ້ວຽກງານສິດສອນໃຫ້ແກ່ບັນດາຄູອາຈານ.
ທີ່ການໂອ້ລົມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ສະຫລຸບຫຍໍ້ບັນດາຈຸດ ສັງລວມກ່ຽວກັບລັດຖະທຳມະນູນປີ 2013, ສ້າງລັດແຫ່ງອຳນາດນິຕິບັນຍັດ ແລະ ບັນດາກຳນົດທິດສ້າງລັດແຫ່ງອຳນາດນິຕິບັນຍັດ ເຊິ່ງລັດຖະທຳມະນູນກຳນົດໄວ້.