ປະທານສະພາແຫ່ງຊາດ ລາວ ຕີລາຄາສູງບົດບາດ ຂອງທະຫານອາສາສະໝັກຫວຽດນາມ

ປະທານສະພາແຫ່ງຊາດ ລາວ ຕີລາຄາສູງບົດບາດ ຂອງທະຫານອາສາສະໝັກຫວຽດນາມ - ảnh 1
(​ທ່ານ​ນາງ ປານີ ຢາ​ທໍ່​ຕູ​​້, ປະທານ​ສະພາ​ແຫ່ງຊາດ​ລາວ ຕ້ອນຮັບຄະນະ)

(vovworld) – ​ໃນ​ຂອບ​ເຂ​ດການ​ຢ້ຽມຢາມສະໜາມຮົບ​ເກົ່າ ຕາມ​ຄຳ​ເຊີນ​ຂອງ​ກະຊວງ​ປ້ອ​ງກັນ​ປະ​ເທດ​ລາວ, ວັນ​ທີ 03/02, ຢູ່​ນະຄອນຫຼວງ​ວຽງ​ຈັນ, ພົນ​ຕີ ຫງວຽນ​ຕຽນ​ລອງ, ຮອງ​ຫົວ​ໜ້າ​ຄະ​ນະ​ຕິດ​ຕໍ່​ພົວ​ພັນທະ​ຫານ​ອາ​ສາ​ສະ​ໝັກ ແລະ ອະ​ດີດ​ນັກ​ຊ່ຽວ​ຊານຫວຽດ​ນາມ ຢູ່ ລາວ, ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ ປານີ ຢາ​ທໍ່​ຕູ​​້, ປະທານ​ສະພາ​ແຫ່ງຊາດ​ລາວ. ທ່ານ​ນາງ ປານີ ຢາ​ທໍ່​ຕູ ຢືນຢັນ​ວ່າ, ນີ້​ແມ່ນ​ການ​ຢ້ຽມຢາມ​ມີ​ຄວາມ​ໝາຍສຳຄັນ​ພິ​ເສດເມື່ອ​ກອງທັບ 2 ປະ​ເທດຫາ​ກໍ່​ຈັດພິທີ​ສ​ະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ທະຫານ​ອາສາ​ສະໝັກ ​ແລະ ອະ​ດີດ​ນັກ​ຊ່ຽວ​ຊານຫວຽດນາມ ຊ່ວຍ​ເຫຼືອ​ລາວ. ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ນັກ​ຊ່ຽວຊານ​ດ້ານ​ການ​ທະຫານ ​ແລະ ທະຫານ​ອາສາ​ສະໝັກ​ຫວຽດນາມ, ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ລາວ ຈຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ​ກຳລັງ​ທະຫານໄດ້​ຮັບ​ການພັດທະນາ​ຢ່າງ​ວ່ອງ​ໄວ, ​ເຕີບ​ໃຫຍ່​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ກັນ​ນັ້ນສຳ​ພັນ​ທະ​ມິດ​ສູ້​ຮົບ​ຕີ​ໄຊຊະນະສັດຕູລວມ ​ແລະ ​ຍາດ​ໄດ້​ເອກະລາດ, ​ເສລີ​ພາບ​ໃຫ້​ທັງ 2 ຊາດ.

        ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ້​ແທນ​​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ ​ແລະ ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ແສງ​ນວນ ​ໄຊ​ຍະ​ລາດ. ຄະນະ​ຜູ້​ແທນ​ກໍ່​ມາ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ທ່ານ​ ພົນ​ເອກ ສີສະຫວາດ ​ແກ້ວ​ບຸນ​ພັນ, ຢ້ຽມຢາມ​ສະຖານທູດ​ຫວຽດນາມ ​ແລະ ສຳນັກງານ​ທູດ​ທະຫານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ປະຈຳ​ລາວ.

ຂ່າວ/ບົດ​ອື່ນ