ປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມຢາມ ຫວຽດນາມ

(VOVWORLD) - ໂດຍຮັບຄຳເຊີນຂອງພັກກອມມູນິດ ຫວຽດນາມ, ລັດ ແລະ ສະພາແຫ່ງຊາດ ຫວຽດນາມ,

ຕອນບ່າຍວັນທີ 03 ກໍລະກົດ, ຄະນະຜູ້ແທນຂັ້ນສູງພັກ, ລັດ ແລະ ສະພາແຫ່ງຊາດ ສປປ ລາວ, ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ສປປ ລາວ ນຳໜ້າມາຮອດນະຄອນຫລວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ -  ລາວ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ ຢູ່ແຂວງ ເຊີນລາ, ຫວຽດນາມ. ການຢ້ຽມຢາມດຳເນີນໃນລະຫວ່າງວັນທີ 03-08/7.

ຕອບກັບ

ຂ່າວ/ບົດ​ອື່ນ