ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢ້ຽມຢາມ ມະຫາວິທະຍາໄລ ວິງ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢ້ຽມຢາມ ມະຫາວິທະຍາໄລ ວິງ - ảnh 1
(ມະຫາວິທະຍາ​ໄລ​ວິ​ງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ມະຫາວິທະຍາ​ໄລ​ວິ​ງ, ​ແຂວງ ​ເຫ້ງອານ. ປະຈຸ​ບັນ, ມະຫາວິທະຍາ​ໄລ​ວິ​ງ ມີພະ​ນັກ​ງານ, ​ຄູ​ອາຈານກວ່າ 1 ພັນ​ຄົນ ​ແລະ ນັກ​ສຶກສາກ​ວ່າ 40 ພັນ​ຄົນ, ບຳລຸງ​ສ້າງ​ຂັ້ນ​ມະຫາວິທະຍາ​ໄລ​ຫຼາຍ​ຂະ​ແໜງ, ຫຼາຍ​ຂັ້ນ​ຢູ່​ທິດ​ເໜືອ​ພາກ​ກາງ, ສະໜອງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ເພື່ອຮັບ​ໃຊ້ພາລະກິດ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​​ເຂດ ​ແລະ ທົ່ວ​ປະ​ເທດ.

        ທີ່​ການ​ເຮັດ​ວຽກ​ກັບ​ຄູ​ອາຈານ ​ແລະ ນັກ​ສຶກສາມະຫາວິທະຍາ​ໄລ​ວິ​ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ວ່າ, ມະຫາວິທະຍາ​ໄລ​ວິ​ງ ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ, ຮອບດ້ານ; ​ຫັນ​ການ​ສຶກສາ​ເປັນມາດຕະຖານ, ​ທັນ​ສະ​ໄໝ, ປະຊາທິປະ​ໄຕ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ໂດຍ​ໄວ, ​ແຕ່​ຕ້ອງ​ຮັກສາ​ບັນດາວັດທະນະທຳທີ່​ດີງາມ ​ແລະ ມູນ​ເຊື້ອ​ນັບຖື​ຄູ​ອາຈານ​ຂອງ​ຂະ​ແໜງ​ສຶກສາ ​ແລະ ບຳລຸງ​ສ້າງ.

ຂ່າວ/ບົດ​ອື່ນ