ປະທານາທິບໍດີຝລັ່ງຢືນຢັນວ່າ NATO ເຂັ້ມແຂງກວ່າພາຍຫຼັງການພົບປະຂັ້ນສຸດຍອດ

(VOVWORLD) -ວັນທີ 12 ກໍລະກົດ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ຢືນຢັນວ່າ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ “ເຂັ້ມແຂງກວ່າ” ພາຍຫຼັງກອງປະຊຸມສຸດຍອດທີ່ເຄັ່ງຕຶງ

ປະທານາທິບໍດີຝລັ່ງຢືນຢັນວ່າ NATO ເຂັ້ມແຂງກວ່າພາຍຫຼັງການພົບປະຂັ້ນສຸດຍອດ - ảnh 1 ທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ: Getty Images)

ສ້າງຂີດໝາຍດ້ວຍບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບຄ່າໃຊ້ຈ່າຍໃຫ້ແກ່ການປ້ອງກັນຊາດໃໝ່ຂອງທ່ານປະທານາທິບໍດີອາເມລິກາ Donald Trump. ທ່ານ Macron ເນັ້ນໜັກວ່າ, ບັນດາວາລະປຶກສາຫາລືຢູ່ກອງປະຊຸມສຸດຍອດ NATO ໄດ້ດຳເນີນ “ຢ່າງມີກຳນົດ ແລະ ບົນຈິດໃຈເຄົາລົບ” ເຖິງວ່າ ທ່ານປະທານາທິບໍດີອາເມລິກາ ມີທ່າທີຕຳໜິຕິຕຽນໃນສື່ສັງຄົມອອນລາຍ Twitter ທັງກ່ອນ ແລະ ໃນກອງປະຊຸມຢ່າງລຽນຕິດກໍ່ຕາມ. ຕາມທ່ານປະທານາທິບໍດີຝລັ່ງ ແລ້ວ, ໃນກອງປະຊຸມສຸດຍອດຜ່ານມາ, ທ່ານ Trump ບໍ່ໄດ້ນາບຂູ່ໂດຍກົງວ່າອາເມລິກາ ຈະຖອນຕົວອອກຈາກສຳພັນທະມິດການທະຫານ ທີມີອາຍຸ 70 ປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ