ປະທານາທິບໍດີມຽນມາ ເລີ່ມຕົ້ນການຢ້ຽມຢາມອາເມລິກາ

ປະທານາທິບໍດີມຽນມາ ເລີ່ມຕົ້ນການຢ້ຽມຢາມອາເມລິກາ - ảnh 1
​ທ່ານປະທານາທິບໍດີ Obama ພົບປະກັບທ່ານ ປະທານາທິບໍດີ Thein Sein ໃນການຢ້ຽມຢາມ ມຽນມາ
(ພາບ: AP)


(vovworld) – ຕອນ​ຄຳ່​ວັນ​ທີ 17/5, ປະທານາທິບໍດີ​ມຽນມາ U Thein Sein ​ໄດ້​ເດີນທາງ​ອອກ​ຈາກ​ມຽນມາ ເລີ່​ມຕົ້ນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຢ່າງ​ເປ​ັນທາງ​ການ. ຕາມ​ແຜນການ​ແລ້ວ, ທ່ານ Thein Sein ຈະ​ມີ​ການ​ເຈລະຈາ​ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງ Barack Obama ຢູ່​ທຳນຽບຂາວ​ໃນ​ວັນ​ທີ 20/5. ຄາດ​ວ່າ ສອງ​ຝ່າຍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ທ້າ​ທາຍ​ຕ່າງໆ​ທີ່​ຍັງ​ຄົງ​ຄ້າງ​ໃນ​ວິວັດ​ການ​ສ້າງ​ພື້ນຖານ​ປະຊາທິປະ​ໄຕ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນີ້. ​ແກ້​ໄຂ​ບັນຫາ​ເຊື້ອ​ຊາດ​ຜີວພັນ​ໃນ​ປະຈຸ​ບັນ ກໍ່​ຄື​ນຳ​ມາ​ເຊິ່ງກາລະ​ໂອກາດດ້ານ​ເສດຖະກິດ​ໃຫ້​ແກ່​ປະຊາຊົນ​ມຽນມາ ​ແລະ ປະ​ເທດ​ອາ​ເມ​ລິ​ກາ ສາມາດ​ຊ່ວຍ​ເຫຼືອ​ວິວັດ​ການ​ນີ້​ຄື​ແນວ​ໃດ.

ຂ່າວ/ບົດ​ອື່ນ