ປະທານາທິບໍດີລັດເຊຍ, ຕວກກີ ປຶກສາຫາລືກ່ຽວກັບຊີຣີ ແລະ ຮ່ວມມືດ້ານເສດຖະກິດ

(VOVWORLD) -ໃນການໂອ້ລົມສົນທະນາທາງໂທລະສັບໃນວັນທີ 29 ພຶດສະພາ, ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ແລະ ຄູ່ຕຳແໜ່ງລັດເຊຍ Vladimir Putin ໄດ້ປຶກສາຫາລືກ່ຽວກັບບັນດາການຜັນແປຢູ່ຊີຣີ ແລະ ການຮ່ວມມືດ້ານເສດຖະກິດ, ພະລັງງານ.

ປະທານາທິບໍດີລັດເຊຍ, ຕວກກີ ປຶກສາຫາລືກ່ຽວກັບຊີຣີ ແລະ ຮ່ວມມືດ້ານເສດຖະກິດ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: Sputnik)

ຕາມສຳນັກຂ່າວສານ Anadolu ແລ້ວ, ການນຳ 2 ປະເທດໄດ້ຍົກອອກບັນດາໝາກຜົນທີ່ບັນລຸໄດ້ໃນຮອບເຈລະຈາສັນຕິພາບຊີຣີ ຢູ່ນະຄອນຫຼວງ Astana, ປະເທດກາຊັກສະຖານ, ເນັ້ນໜັກວ່າ ລັດຖະບານ ແລະ ກຳລັງກະບົດຊີຣີ ຄວນສົມທົບກັນເພື່ອແນໃສ່ບັນລຸໄດ້ບາດກ້າວທີ່ມີລັກສະນະສ້າງສັນ. ແລະກໍ່ໃນການໂອ້ລົມນີ້, ປະທານາທິບໍດີ 2 ທ່ານ ກໍ່ເຫັນດີບໍ່ປະໃຫ້ຊີຣີ ກາຍເປັນເຂດປະທະກັນລະຫວ່າງອິດສະຣາແອນ ແລະ ອີຣານ, ໃນຂະນະທີ່ປະຊາຄົມສາກົນຕ້ອງຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ.

      ກ່ຽວກັບການພົວພັນ 2 ຝ່າຍ, 2 ຝ່າຍລ້ວນແຕ່ສະແດງໃຫ້ເຫັນຄວາມເພິ່ງພໍໃຈຕໍ່ບາດກ້າວພັດທະນາຂອງບັນດາໂຄງການໂຮງງານພະລັງງານນິວເຄຼຍ Akkuyu ແລະ ລະບົບທໍ່ສົ່ງນຳມັນອາຍແກັດທຳມະຊາດ Turk Stream. 2 ຝ່າຍກໍເນັ້ນໜັກເຖິງເລື່ອງນຳໃຊ້ສະກຸນເງິນພາຍໃນການຄ້າ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ