ປະທານາທິບໍດີລັດເຊຍ ຕ້ອນຮັບປະທານກຸຍບາ Raul Castro

ປະທານາທິບໍດີລັດເຊຍ ຕ້ອນຮັບປະທານກຸຍບາ Raul Castro - ảnh 1
ທ່ານ​ປະທານາທິບໍດີ​ລັ​ດ​ເຊຍ Vladimir Putin​
ຕ້ອນຮັບ​ທ່ານປະທານ​ກຸຍ​ບາ Raul Castro
(ພາບ: reuters.com)


​(vovworld) – ຕາມ​ສຳນັກ​ຂ່າວສານ TASS ຂອງ​ລັດ​ເຊຍ, ວັນ​ທີ 07/05, ທ່ານ​ປະທານາທິບໍດີ​ລັ​ດ​ເຊຍ Vladimir Putin​ ໄດ້​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ການ​ພົວພັນ​ຂອງ​ສາຍ​ພົວພັນ​ລັດ​ເຊຍ - ກຸຍ​ບາ ​ແລະ ຊົມ​ເຊີຍ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະທານ​ກຸຍ​ບາ Raul Castro ​​ເຖິງ​ມົດສກູ. ທີ່​ການ​ຕ້ອນຮັບ​ທ່ານ​ປະທານ Castro ຢູ່​ວັງ Kremlin, ຜູ້ນຳ​​ປະ​ເທດ​ລັດ​ເຊຍ ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ໄດ້ມີ​ມາ​ແຕ່​ດົນ​ນານ​ແລ້ວ, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ຊຸມ​ວັນ​ນີ້​ກໍ່​ແມ່ນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ.

        ສ່ວນ​ທ່ານ​ປະທານ Castro ​ໄດ້​ຂອບ​ໃຈ​ປະທານາທິບໍດີ Putin​ ທີ່​ໄດ​້​ເຊີນ​ທ່ານ​ມາມົດສກູ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ​ປີແຫ່ງ​ວັນ​ໄຊ​ຊະນະ​ລັດທິ ຟາດ​ຊິດ ​ໃນ​ສົງຄາມ​ໂລກຄັ້ງ​ທີ່ 2, ນີ້​ກໍ່​ແມ່ນ​ວັນ​ໄຊຊະນະ​ຂອງ​ປະຊາຊົນ ​ໂຊ​ວຽດ (ລັດ​ເຊຍ) ​ໃນ​ສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ທີ່ຍິ່ງ​ໃຫຍ່ (09/05/1945 – 09/05/2015). ທ່ານ​ໃຫ້​ຮູ້​ວ່າ, ກຸຍ​ບາ ກໍ່​ພວມ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ເຫດການ​ຍິ່ງ​ໃຫຍ່​ນີ້.
ຂ່າວ/ບົດ​ອື່ນ