ປະທານາທິບໍດີອາເມລິກາຂອບໃຈການນຳ Kim Jong un

(VOVWORLD) -ວັນທີ 06 ກັນຍາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຂອບໃຈການນຳສປປ.ເກົາຫຼີ Kim Jong un ແລະ ໃຫ້ຄຳໝັ້ນສັນຍາວ່າ

ຈະເຮັດວຽກກັບການນຳທ່ານນີ້ ພາຍຫຼັງທ່ານ Kim Jong un ໄດ້ໂອ້ລົມຜ່ານທ່ານ Chung Eui yong, ທູດພິເສດຂອງປະທານາທິບໍດີສ.ເກົາຫຼີ ວ່າ, ຄວາມເຊື່ອໝັ້ນຂອງທ່ານທີ່ມີຕໍ່ທ່ານ D.Trump ແມ່ນບໍ່ມີການປ່ຽນແປງ. ທ່ານ D.Trump ໄດ້ຂຽນລົງໃນສື່ສັງຄົມອອນລາຍ Twitter ສ່ວນຕົວວ່າ “ທ່ານ Kim Jong un ຖະແຫຼງວ່າ “ຄວາມເຊື່ອໝັ້ນທີ່ມີຕໍ່ທ່ານປະທານາທິບໍດີ D.Trump ແມ່ນບໍ່ມີການປ່ຽນແປງ”. ຂອບໃຈທ່ານ Kim Jong un ຍ້ອນສິ່ງນັ້ນ. ພວກເຮົາຈະພ້ອມກັນແກ້ໄຂວຽກງານ”.

        ການນຳສປປ.ເກົາຫຼີ Kim Jong un ກໍ່ໂອ້ລົມກັບຄະນະຜູ້ແທນສ.ເກົາຫຼີ ໂດຍທ່ານ Chung Eui yong ນຳໜ້າວ່າ, ທ່ານຍັງຮັກສາຄຳໝັ້ນສັນຍາປອດນິວເຄຼຍ ເຖິງວ່າບັນດາການເຈລະຈາດ້ານນິວເຄຼຍກັບອາເມລິກາ ຈະປະສົບກັບຄວາມຫຍຸ້ງຍາກປານໃດກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ