ປະທານາທິບໍດີອາເມລິກາຕັ້ງຄວາມຫວັງເຂົ້າໃນການພົບປະກັບການນຳສປປ.ເກົາຫຼີ

(VOVWORLD) -ວັນທີ 06 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ສະແດງຄວາມຫວັງວ່າ, ກອງປະຊຸມສຸດຍອດທີ່ໄດ້ຂຶ້ນແຜນການແລ້ວກັບການນຳສປປ.ເກົາຫຼີ Kim Jong un ຈະແມ່ນການເປີດສາກ “ສິ່ງໃດໜຶ່ງທີ່ໃຫຍ່ຫຼວງ”.

ປະທານາທິບໍດີອາເມລິກາຕັ້ງຄວາມຫວັງເຂົ້າໃນການພົບປະກັບການນຳສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ Donald Trump

(ພາບປະກອບ: REUTERS)

ໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານປະທານາທິບໍດີ Donald Trump ຂຽນວ່າ: “ການພົບປະກັບ ສປປ.ເກົາຫຼີ ຢູ່ສິງກະໂປ ຫວັງວ່າ ຈະແມ່ນການເປີດສາກສິ່ງໃດໜຶ່ງທີ່ໃຫຍ່ຫຼວງ. ພວກເຮົາຈະໄດ້ເຫັນປະຈັກຕາໂດຍໄວ”.

      ສານດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທຳນຽບຂາວແຈ້ງໃຫ້ຊາບວ່າ ການພົບປະສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທຳອິດ ຈະດຳເນີນໃນເວລາ 9 ໂມງ (ຕາມເວລາສິງກະໂປ) ຢູ່ປະເທດສິງກະໂປ ໃນວັນທີ 12 ມິຖຸນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ