ປະທານາທິບໍດີອາເມລິກາ ຮຽກຮ້ອງໃຫ້ ອີຣານ ຕ້ອງມີການເຄື່ອນໄຫວລະອຽດໃນບັນຫານິວເຄຼຍ

ປະທານາທິບໍດີອາເມລິກາ ຮຽກຮ້ອງໃຫ້ ອີຣານ ຕ້ອງມີການເຄື່ອນໄຫວລະອຽດໃນບັນຫານິວເຄຼຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ບານ​ກີ​ມູນ
(ພາບ: TTXVN)


(vovworld) - ​​ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ​ການ​ໂຕວາທີຄົບ​ຄະນະ​ຂອງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 68, ​ເຊິ່ງ​ເລີ່​ມດຳ​ເນີນ​ໃນ​ຕອນ​ຄໍ່າ​ວັນ​ທີ 24 ກັນຍາ (ຕາມ​ເວລາ​ຫວຽດນາມ), ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ບານ​ກີ​ມູນ ຖື​ວ່າ​ໂຄງການ​ດຳ​ເນີນ​ງານ​ການ​ພັດທະນາ​ໃໝ່ “ຕ້ອງ​ມີ​ລັກສະນະ​ທົ່ວ​ໂລກ ດ້ວຍ​ການ​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ແມ່ນ​ຢຸດ​ຕິ​ຄວາມທຸ​ກຍາ​ກ, ອຶດຫິວ”. ທ່ານ​ເລຂາທິການ​ໃຫຍ່ ບານ​ກີ​ມູນ ​ໄດ້​ກະຕຸກ​ຊຸກຍູ້​ບັນດາ​ການ​ນຳ​ໂລກ ມານະ​ພະຍາຍາມ​ສະກັດ​ກັ້ນສະພາບ​ສົງຄາມຢູ່​ຊີຣີ ທີ່​ພວມ​ປິນຂັ້ນ​​ໄດ ດ້ວຍ​​ເລື່ອງ​ຢຸດ​ທິການ​ສະໜອງ​ອາວຸດ​ໃຫ້​ບັນດາ​ຝ່າ​ຍທີ່​ກ່ຽວຂ້ອງ ​ແລະ ​ມຸ່ງ​​ໄປ​ເຖິງ​ການ​ເຈລະຈາ​ສັນຕິພາບ​ເພື່ອ​ຢຸດ​ຕິ “ສິ່ງ​ທ້າທາຍ​ໃຫຍ່​ກວ່າ​ໝູ່​ສຳລັບ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ໃນ​ໂລກ”. ທ່ານ​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ອະນຸມັດ​ຜ່ານ​ມະຕິ​ໜຶ່ງ ທີ່​ສາມາດ​ເປັນ​ໄປ​ໄດ້ເຊິ່ງກ່ຽວຂ້ອງ​ເຖິງ​ຂໍ້​ຕົກລົງ​ຂອງ​ອາ​ເມ​ລິ​ກາ ​- ລັດ​ເຊຍ ​​ເພື່ອແນ​ໃສ່ອະນຸຍາດ​ໃຫ້​ປະຊາ​ຄົມ​ໂລກ​ຄວບ​ຄຸມອາວຸດ​ເຄມີ​ຂອງ​ຊີຣີ.

        ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ​ Barack Obama ໃຫ້​ຮູ້​ວ່າ ບັນດາ​ການ​​ເຄື່ອນ​ໄຫວດ້ານ​ການ​ທູດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ຂອງ​ທ່ານ​ປະທານ​ນາ​ທິບໍດີ​ອີຣານ Hassan Rouhani ​ແມ່ນ​ໜ້າ​ຊົມ​ເຊີຍ ເພື່ອແນ​ໃສ່​ແກ້​ໄຂ​ໂຄງການ​ນິວ​ເຄຼຍ ທີ່​ກໍ່ການ​ໂຕ້​ຖຽນກັນ​ຂອງ​ປະ​ເທດ​ນີ້.

    ກ່ຽວ​ກັບ​ບັນຫາ​ຊີຣີ, ທ່ານ​ປະທານາທິບໍດີ Obama ​ໄດ້​ກ່າວ​ເຕື່ອນລັດຖະບານ​ຂອງ​ທ່ານ​ປະທານາທິບໍດີ​ຊີຣີ Bashar al Assad “ຈະຕ້ອງ​ຮັບ​ບັນດາ​ຜົນຮ້າຍ​ຖ້າ​ຫາກ​ບໍ່​ປະລະ​ອາວຸດ​ເຄມີ”. ທ່ານ Obama ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ ສືບ​ຕໍ່​ມະ​ນາ​ພະຍາຍາມ​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ອິດສະຣາ​ແອນ ​ແລະ ຊາວ ປາ​ແລດ​ສຕິນ.

ຂ່າວ/ບົດ​ອື່ນ