ປະທານາທິບໍດີອາເມລິກາ Barak Obama ຢ້ຽມຢາມມາເລເຊຍ

ປະທານາທິບໍດີອາເມລິກາ Barak Obama ຢ້ຽມຢາມມາເລເຊຍ - ảnh 1
ພິທີຕ້ອນຮັບປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ Barak Obama ໃນການຢ້ຽມຢາມມາເລເຊຍ   (ພາບ: baomoi)

(vovworld)- ວັນ​ທີ 26/4, ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ Barak Obama ​ໄດ້​ໄປ​ຮອດ​ກົວ​ລາ​ລຳ​ເປີ, ​ເລີ່​ມຕົ້ນ​ການຢ້ຽມຢາມ​ມາ​ເລ​ເຊຍ​ເປັນ​ເວລາ 3 ວັນ. ນີ້​ແມ່ນ​ການ​ຢ້ຽມຢາມມາ​ເລ​ເຊຍ​ຄັ້ງ​ທຳ​ອິດ​ຂອງ ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ ​ໃນ​ກວ່າ 4 ທົດ​ສະ​ວັດ​ທີ່​ຜ່ານ​ມາ. ຄາດ​ວ່າ ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ Barak Obama ຈະ​ມີ​ການ​ເຈລະຈາ​ກັບ​ນາຍົກລັດຖະມົນ​ຂອງ​ປະ​ເທດ​ນີ້ ກ່ຽວ​ກັບ​ບັນຫາ​ການ​ຄ້າ 2 ຝ່າຍ​, ບັນຫາ​ພາກ​ພື້ນ ​ແລະ ວິວັດທະນາ​ການ​ເຈ​ລະ​ຈາ​ສັນຍາຄູ່​ຮ່ວມມືຂ້າມ​ປາຊີ​ຟິກ TPP. ​ເຈົາໜ້າ​ທີ່​ຂອງ 2 ປະ​ເທດຖື​ວ່າການ ຢ້ຽມຢາມ​ມາ​ເລ​ເຊຍຂອງ ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ Barak Obama ຄັ້ງ​ນີ້ ຈະ​ປັບປຸງ​ການ​ຮ່ວມມື​ເສດຖະກິດທີ່​ແຂງ​ແຮງຊຶ່ງ​ເຄີຍ​ຖື​ວ່າ ​ແມ່ນ​ພື້ນຖານ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ