ປະທານາທິບໍດີ ກາຊັກສະຖານ ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) -ນີ້ແມ່ນຄັ້ງທຳອິດ ປະທານາທິບໍດີ Kassym-Jomart Tokayev ມາຢ້ຽມຢາມ ຫວຽດນາມ ໃນຖານະຕຳແຫນ່ງໃຫມ່ ແລະ ກໍ່ແມ່ນ ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ກາຊັກສະຖານໃນໄລຍະ 12 ປີຜ່ານມາ.
ປະທານາທິບໍດີ ກາຊັກສະຖານ ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານ ເລແຄງຫາຍ, ຫົວຫນ້າຫ້ອງວ່າການປະທານປະເທດ ຕ້ອນຮັບທ່ານປະທານາທິບໍດີ ກາຊັກສະຖານ  Kassym-Jomart Tokayev ຢູ່ ສະຫນາມບິນ ໂນ້ຍບາຍ. ພາບ:An Đăng/TTX

ຕອນບ່າຍວັນທີ 20 ສິງຫາ, ເຮືອບິນພິເສດສົ່ງທ່ານປະທານາທິບໍດີ ກາຊັກສະຖານ Kassym-

Jomart Tokayev ພ້ອມດ້ວຍຄະນະຜູ້ແທນ ກາຊັກສະຖານ ໄດ້ລົງຈອດຢູ່ສະຫນາມບິນສາກົນໂນ້ຍບາຍ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 20 ຫາວັນທີ 22 ສິງຫາປີ 2023. ການຢ້ຽມຢາມແມ່ນດຳເນີນໄປຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ.

ມາຕ້ອນຮັບຢູ່ສະຫນາມບິນ ລວມມີ: ທ່ານ ເລແຄງຫາຍ, ຫົວຫນ້າຫ້ອງວ່າການປະທານປະເທດ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານ ຫງວຽນຫວຽດຢູ໋ງ ຫົວຫນ້າກົມພິທີການແຫ່ງລັດ, ທ່ານນາງ ຟ້າມທາຍຍືມາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກາຊັກສະຖານ ພ້ອມດ້ວຍພະນັກງານຫ້ອງວ່າການປະທານປະເທດ, ກະຊວງການຕ່າງປະເທດຫວຽດນາມ. ສ່ວນຝ່າຍ ກາຊັກສະຖານ ລວມມີ ທ່ານ Yerlan Baizhanov ເອກອັກຄະລັດຖະທູດ ກາຊັກສະຖານປະຈຳຫວຽດນາມ ພ້ອມດ້ວຍພະນັກງານສະຖານທູດກາຊັກສະຖານ ຢູ່ ຮ່າໂນ້ຍ ຈຳນວນຫນຶ່ງ.

ນີ້ແມ່ນຄັ້ງທຳອິດ ປະທານາທິບໍດີ Kassym-Jomart Tokayev ມາຢ້ຽມຢາມ ຫວຽດນາມ ໃນຖານະຕຳແຫນ່ງໃຫມ່ ແລະ ກໍ່ແມ່ນ ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ກາຊັກສະຖານໃນໄລຍະ 12 ປີຜ່ານມາ. ການຢ້ຽມຢາມ ແມ່ນດຳເນີນໃນສະພາບການພົວພັນລະຫວ່າງສອງປະເທດ ພວມພັດທະນາຢ່າງຈົບງາມ ພາຍຫລັງ 30 ປີ ສ້າງການພົວພັນທາງການທູດລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ