ປະທານາທິບໍດີ ຕວກກີ ປາດຖະໜາຢາກປັບປຸງການພົວພັນກັບ ເຢຍລະມັນ ແລະ ອີຢູ ໃນປີ 2018

(VOVWORLD) -ວັນທີ 28 ທັນວາ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ສະແດງຄວາມປາດຖະໜາຢາກປັບປຸງການພົວພັນກັບ ເຢຍລະມັນ ແລະ ສະຫະພາບ ເອີຣົບ (ອີຢູ) ພາຍຫລັງຄວາມເຄັ່ງຕຶງໃນການພົວພັນ 2 ຝ່າຍປີ 2017.
ປະທານາທິບໍດີ ຕວກກີ ປາດຖະໜາຢາກປັບປຸງການພົວພັນກັບ ເຢຍລະມັນ ແລະ ອີຢູ ໃນປີ 2018 - ảnh 1 ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan (ພາບ: THX)

ໃນການສຳພາດທີ່ລົງພິມໃນໜັງສືພິມຕ່າງໆຂອງ ຕວກກີ, ທ່ານ  Erdogan ໃຫ້ຮູ້ວ່າ: ອານກາຣາ ພວມຕ້ອງການ “ຫລຸດຜ່ອນຈຳນວນສັດຕູ ແລະ ເພີ່ມຈຳນວນເພື່ອນມິດຂຶ້ນຕື່ມ”. ທ່ານປະທານາທິບໍດີ ຕວກກີ ຍັງຖືວ່າ “ບໍ່ມີເຫດຜົນໃດ” ທີ່ສາມາດກີດຂວາງທ່ານໄປຢ້ຽມຢາມ ເຢຍລະມັນ ຫຼື ໂຮນລັງ ເຊິ່ງແມ່ນ 2 ປະເທດ ອີຢູ ທີ່ ອານກາຣາ ເຄີຍມີບັນດາການໂຕ້ຖຽງກັນຢ່າງເຄັ່ງຕຶງທີ່ກ່ຽວຂ້ອງເຖິງການເລືອກຕັ້ງທົ່ວປະເທດໃນປີ 2017. ທ່ານ Erdogan ຊົມເຊີຍເລື່ອງອຳນາດການປົກຄອງ Berlin ຕຳໜິຕິຕຽນຂໍ້ຕົກລົງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຮັບຮອງ Jerusalem ເປັນນະຄອນຫລວງຂອງ ອິດສະຣາແອັນ. ການສະໜັບສະໜູນຂອງ ອີຢູ ຕໍ່ທັດສະນະຂອງ ຕວກກີ ໃນບັນຫານີ້ ອາດຈະປະກອບສ່ວນ ຊຸກຍູ້ການພົວພັນ 2 ຝ່າຍໃຫ້ດີງາມກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ