ປະທານາທິບໍດີ ມຽນມາ ຢ້ຽມຢາມ ອັງກິດ ຄັ້ງປະຫວັດສາດ

ປະທານາທິບໍດີ ມຽນມາ ຢ້ຽມຢາມ ອັງກິດ ຄັ້ງປະຫວັດສາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ແລະ ທ່ານ​ປະທານ​າທິບໍດີ ມຽນມາ U Thein Sein
(ພາບ: Reuters)

(vovworld) - ວັ​ນທີ 15/7, ທ່ານ​ປະທານ​າທິບໍດີ ມຽນມາ U Thein Sein ​ໄດ້​ໄປ​ຮອດ​ນະຄອນຫຼວງ ລອນ​ດອນ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຢ່າງ​ປະ​ເທດ ອັງກິດ ເປັນ​ທາງ​ການ​​ເປັນ​ເວລາ 2 ວັນ. ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ລັດ ມຽນມາ ​ໄປ​ຍັງ ອັງກິດ​ ​ໃນ​ຮອບ​​ເວລາຕະຫຼອດ 25 ປີຜ່ານມ​າ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ Thein Sein, ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ຕີ​ລາຄາ​ສູງ ບັນດາ​ຜົນງານ​ເຊິ່ງ ມຽນມາ ບັນ​ລຸ​ໄດ້​ຜ່ານ​ການ​ປະຕິ​ຮູບ​ຄັ້ງ​ຕ່າໆ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ, ມີ​ຫຼາຍ​ຂົງ​ເຂດ​ເພື່ອ​ໃຫ້ ອັງກິດ ​ແລະ ມຽນມາ ພ້ອມ​ກັນ​ຮ່ວມ​ມື. ຖັດຈາກ ອັງ​ກິດ, ຝຣັ່ງ ຈະ​ແມ່ນ​ປະ​ເທດ​ຕໍ່​ໄປ​ໃນ​ການ​ປະຕິບັດ​ງານ​ຢູ່ ​ເອີ​ລົບ ຄັ້ງ​ນີ້​ຂອງ​ປະທານາທິບໍດີ Thein Sein. ນັບ​ແຕ່​ປີ 2011, ​ເມື່ອ​ປະທານາທິບໍດີ Thein Sein ຂຶ້ນ​ກຳ​ອຳ​ນາດ ​ແລະ ດຳ​ເນີນ​ການ​ປະຕິ​ຮູບ, ສາຍ​ພົວພັນ​ລະຫວ່າງ ມຽນມາ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ເຫັນ​ໄດ້​ຊັດ. ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ອາ​ເມ​ລິ​ກາ ​ໄດ້​ລົບ​ລ້າງ​​ຄຳ​ສັ່ງ​ຂວ້ຳ​ບາດ​ເກືອບທັງ​ໝົດທີ່​ມີຕໍ່ ມຽນມາ, ​ເວັ້ນ​ເສຍ​ແຕ່ຄຳ​ສັ່ງ​ຂວ້ຳ​ບາດດ້ານອາວຸດ. ສຳລັບ​ຕະຫຼາດ​ມີ​ປະຊາຊົນປະມານ 60 ລ້ານ​ຄົນ​, ມຽນມາ ພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື​ດັ່ງ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ສຳລັບ​ບັນດາ​ບໍລິສັດ​ຕ່າງປະ​ເທດ.

 

ຂ່າວ/ບົດ​ອື່ນ