ປະທານາທິບໍດີ ສ.ອີຣານ ສິ້ນສຸດການ ຢ້ຽມຢາມຫວຽດນາມ ຢ່າງຈົບງາມ

ປະທານາທິບໍດີ ສ.ອີຣານ ສິ້ນສຸດການ ຢ້ຽມຢາມຫວຽດນາມ ຢ່າງຈົບງາມ - ảnh 1
(ພາບປະກອບ)

(vovworld) -     ຕອນ​ຄໍ່າ​ວັນ​ທີ 10/11, ທ່ານ​ປະທານາທິບໍດີ​ສ.ອີຣານ Mahmoud Ahmadinejad ​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ​ເປັນ​ທາງ​ການ​ຢ່າງ​ຈົບງາມ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 9 – 10/11, ທ່ານ​ປະທານາທິບໍດີ​ສ.ອີຣານ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang, ​ເຂົ້າ​ຢ້ຽມຄຳນັບ, ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung. ທີ່​ການ​ພົບ​ປະ, ບັນດາ​ການ​ນຳ​ຫວຽດນາມ ລ້ວມ​ແຕ່​ຢືນຢັນວ່າ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຫຼາຍ​ຝ່າຍ​ຂອງ​ຕົນ, ຍາມ​ໃດ​ຫວຽດນາມ ກໍ​ຖື​​ເປັນ​ສຳຄັນການ​ພັດທະນາ​ການ​ພົວພັນ​ຮ່ວມ​ມືມິດຕະພາບກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນມູນ​ເຊື້ອ, ​ໃນ​ນັ້ນ​ມີ​ອີຣານ. ບັນດາ​ການ​ນຳ​ຫວຽດນາມ ​ແລະ ທ່ານ​ປະທານາທິບໍດີ​ອີຣານ ຢືນຢັນ​ຄວາມ​ຕັດສິນ​ໃຈຈະເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອີຣານ ໃນ​ໄລຍະ​ຈະ​ມາ​ເຖິງ​ໃຫ້ຫຼາຍ​ກວ່າ​ອີກ​, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ກະສິກຳ, ສິນ​ໃນ​ນ້ຳ, ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ. ສອງ​ຝ່າຍ​ກໍ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ